ກຳລັງສຳພັນທະມິດສາກົນຖອນອອກຈາກບັນດາຖານທີ່ໝັ້ນດ້ານການທະຫານຢູ່ອີຣັກ

(VOVWORLD) -ປະຈຸບັນ, ອາເມລິກາ ພວມຜັນຂະຫຍາຍທະຫານຢູ່ອີຣັກ ປະມານ 5.000 ຄົນ ແລະ ບັນດາທະຫານສຳພັນທະມິດໄດ້ຜັນຂະຫຍາຍ 2.500 ຄົນ.

ກຳລັງສຳພັນທະມິດສາກົນຖອນອອກຈາກບັນດາຖານທີ່ໝັ້ນດ້ານການທະຫານຢູ່ອີຣັກ - ảnh 1 ກຳລັງສຳພັນທະມິດສາກົນຖອນອອກຈາກຖານທີ່ໝັ້ນດ້ານການທະຫານ

(ພາບ: Reuters)

ວັນທີ 23 ສິງຫາ, ບັນດາກຳລັງສຳພັນທະມິດສາກົນໂດຍອາເມລິກາ ນຳໜ້າ ໄດ້ຖອນອອກຈາກຖານທີ່ໝັ້ນດ້ານການທະຫານ Taji ຂອງອີຣັກ ແລະ ມອບສົ່ງຖານທີ່ໝັ້ນດັ່ງກ່າວໃຫ້ແກ່ກຳລັງປ້ອງກັນຄວາມສະຫງົບອີຣັກ.

        ເລື່ອງຖອນທະຫານດັ່ງກ່າວຖືກດຳເນີນພາຍຫຼັງທີ່ທ່ານປະທານາທິບໍດີອາເມລິກາ Donald Trump ຖະແຫຼງຖອນທະຫານອາເມລິກາ ຈຳນວນໜ້ອຍ ທີ່ຍັງຢູ່ອີຣັກ ເປັນເວລາ 2 - 3 ວັນ. ປະຈຸບັນ, ອາເມລິກາ ພວມຜັນຂະຫຍາຍທະຫານຢູ່ອີຣັກ ປະມານ 5.000 ຄົນ ແລະ ບັນດາທະຫານສຳພັນທະມິດໄດ້ຜັນຂະຫຍາຍ 2.500 ຄົນ.

        ກ່ອນໜ້ານັ້ນ, ໃນຕົ້ນປີ 2020 ສະພາແຫ່ງຊາດອີຣັກ ໄດ້ປ່ອນບັດຮັບຮອງເອົາຄຳຮຽກຮ້ອງໃຫ້ບັນດາກຳລັງຕ່າງປະເທດຕ້ອງຖອນອອກຈາກປະເທດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ