ກຳລັງຫນູນໃຫມ່ໃຫ້ແກ່ການພົວພັນລະຫວ່າງ ຫວຽດນາມ-ຝລັ່ງ, ຫວຽດນາມ-ກູບາ.

(VOVWORLD) -ເນື່ອງໃນໂອກາດທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ສິ້ນສຸດການຢ້ຽມຢາມ ຝລັ່ງ ແລະ ກູບາ ຢ່າງຈົບງາມ ແຕ່ວັນທີ 25-30 ມີນາ, ທ່ານ ຮ່ວາງບີງກວັນ ຫົວຫນ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕອບສຳພາດຕໍ່ສື່ມວນຊົນກ່ຽວກັບບັນດາໝາກຜົນພົ້ນເດັ່ນຂອງການຢ້ຽມຢາມຄັ້ງນີ້.

ກຳລັງຫນູນໃຫມ່ໃຫ້ແກ່ການພົວພັນລະຫວ່າງ ຫວຽດນາມ-ຝລັ່ງ, ຫວຽດນາມ-ກູບາ. - ảnh 1ທ່ານ ຮ່ວາງບີງກວັນ, ຫົວຫນ້າຄະນະພົວພັນຕ່າງປະເທດສູນກາງພັກ

ພາບ:vietnam+ 

ຕາມທ່ານ ຮ່ວາງບີງກວັນ ຫົວຫນ້າຄະນະພົວພັນຕ່າງປະເທດສູນກາງພັກແລ້ວ, ການຢ້ຽມຢາມສອງປະເທດດັ່ງກ່າວຂອງທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ແມ່ນການຢ້ຽມຢາມ ເຕັມໄປດ້ວຍຂີດໝາຍປະຫວັດສາດ, ສ້າງກຳລັງຫນູນໃຫມ່ ແລະ ແມ່ນບາດກ້າວບຸກທະລຸສຳຄັນໃນການພົວພັນລະຫວ່າງຫວຽດນາມ ກັບສອງປະເທດດັ່ງກ່າວ. ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ມີການເຈລະຈາ, ການພົບປະແລກປ່ຽນຄຳເຫັນກັບບັນດາການນຳ ຝລັ່ງ ແລະ ກູບາ, ພົບປະກັບປະຊາຊົນ ແລະ ພົວພັນແລກປ່ຽນກັບຊາວຫນຸ່ມ, ວິສາຫະກິດ. ທີ່ການເຈລະຈາ ແລະ ພົບປະແລກປ່ຽນຄຳເຫັນຄັ້ງຕ່າງໆນັ້ນ ບັນລຸໄດ້ຫລາຍໝາກຜົນຮອບດ້ານແທດຈິງ ແລະ ມີລັກສະນະຍຸດທະສາດ. ນັ້ນແມ່ນການຢ້ຽມຢາມສ້າງຂີດໝາຍໃຫມ່, ສ້າງກຳລັງຫນູນໃຫມ່, ນຳການພົວພັນລະຫວ່າງຫວຽດນາມ ກັບ ຝລັ່ງ ແລະ ກູບາ ຂຶ້ນສູ່ໄລຍະພັດທະນາໃຫມ່.

ໃນການຢ້ຽມຢາມ, ບັນດາກະຊວງ, ຂະແຫນງການຫວຽດນາມ ໄດ້ລົງນາມກັບບັນດາກະຊວງ, ຂະແຫນງການຂອງກູບາ ແລະ ຝລັ່ງໃນເອກະສານຮ່ວມມື, ສັນຍາການຄ້າໃນຫລາຍຂົງເຂດລວມ 43 ສະບັບ.

ຕອບກັບ

ຂ່າວ/ບົດ​ອື່ນ