ກຳລັງຮັກສາສັນຕິພາບ ຫວຽດນາມ ຢູ່ຄະນະປະຕິບັດງານ UNISFA ໄດ້ຮັບຫຼຽນກາຂອງສະຫະປະຊາຊາດ

(VOVWORLD) - ກອງທະຫານຊ່າງແສງເລກ 2 ຂອງ ຫວຽດນາມ ໄດ້ສວມບົດບາດສຳຄັນໃນການຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນ.
ກຳລັງຮັກສາສັນຕິພາບ ຫວຽດນາມ ຢູ່ຄະນະປະຕິບັດງານ UNISFA ໄດ້ຮັບຫຼຽນກາຂອງສະຫະປະຊາຊາດ - ảnh 1ພິທີມອນ-ຮັບຫຼຽນກາເພື່ອພາລະກິດປົກປັກຮັກສາສັນຕິພາບສະຫະປະຊາຊາດ
(ພາບ: ຄະນະປະຕິບັດງານ UNISFA)

        ວັນທີ 10 ມິຖຸນາ, ກຳລັງຮັກສາສັນຕິພາບ ຫວຽດນາມ ຢູ່ຄະນະປະຕິບັດງານຮັກສາສັນຕິພາບສະຫະປະຊາຊາດເຂດ Abyei (ຄະນະປະຕິບັດງານ UNISFA) ໄດ້ຈັດພິທີມອບ-ຮັບຫຼຽນກາເພື່ອພາລະກິດປົກປັກຮັກສາສັນຕິພາບສະຫະປະຊາຊາດ ໃຫ້ແກ່ກອງທະຫານຊ່າງແສງເລກ 2 ແລະ ໜ່ວຍປະຕິບັດງານຢູ່ຄະນະປະຕິບັດງານ UNISFA, ເຂດ Abyei. ທີ່ພິທີ, ວາທີນາຍພົນ Ameer Muhammad Umrani, ຫົວໜ້າຜູ້ຮັກສາການ ທັງເປັນຜູ້ບັນຊາການຄະນະປະຕິບັດງານ UNISFA, ຢືນຢັນວ່າ, ກອງທະຫານຊ່າງແສງເລກ 2 ຂອງ ຫວຽດນາມ ໄດ້ສວມບົດບາດສຳຄັນໃນການຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນ. ບັນດາຄວາມມານະພະຍາຍາມຢ່າງບໍ່ຮູ້ອິດຮູ້ເມື່ອຍຂອງເຂົາເຈົ້າ ບໍ່ພຽງແຕ່ປະກອບສ່ວນກໍ່ສ້າງ ແລະ ຮັກສາການເຄື່ອນໄຫວຂອງບັນດາພື້ນຖານໂຄງລ່າງທີ່ຈຳເປັນເທົ່ານັ້ນ, ຫາກຍັງນຳມາເຊິ່ງຄວາມຫວັງໃຫ້ແກ່ບັນດາຊຸມຊົນທ້ອງຖິ່ນອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ