ກຳລັງຮັກສາສັນຕິພາບສະຫະປະຊາຊາດຖືກບຸກໂຈມຕີຢູ່ ກົງໂກ.

(VOVWORLD) -ຕາມແຫຼ່ງຂ່າວຈາກສະຫະປະຊາຊາດເມື່ອວັນທີ 1 ຕຸລາໃຫ້ຮູ້ວ່າ ມີພາລະກອນຄົນໜຶ່ງຂອງຄະນະປະຕິບັດງານຮັກສາສັນຕິພາບ ຂອງສະຫະປະຊາຊາດປະຈຳ ສ ກົງໂກ MONUSCO ໄດ້ເສຍຊີວິດຢູ່ພາກຕາເວັນອອກຂອງປະເທດນີ້  ຍ້ອນຖືກບຸກໂຈມຕີ ນີ້ແມ່ນກໍລະນີຖືກບຸກໂຈມຕີຄັ້ງຫຼ້າສຸດທີ່ເກີດຂຶ້ນຢູ່ບໍລິເວນດັ່ງກ່າວ 
    ກຳລັງຮັກສາສັນຕິພາບສະຫະປະຊາຊາດຖືກບຸກໂຈມຕີຢູ່ ກົງໂກ.  - ảnh 1ກຳລັງຮັກສາສັນຕິພາບ ຂອງສະຫະປະຊາຊາດປະຈຳ ສ ກົງໂກ 

     ຕາມສະຫະປະຊາຊາດແລ້ວ ກຳລັງ Twirwaneho ຖືກສົງໄສກ່ຽວຂ້ອງເຖິງກໍລະນີບຸກໂຈມຕີໃນຄ່ຳຄືນວັນທີ 20 ກັນຍາຢູ່ເຂດ Minembwe ຂອງແຂວງ Kivuໃຕ້. ພາລະກອນຄົນໜຶ່ງຮັກສາສັນຕິພາບຂອງ MONUSCO ໄດ້ຖືກຜູ້ຕິດອາວຸດສັງຫານ. ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໄດ້ກ່າວປະນາມຢ່າງຮຸນແຮງຕໍ່ກໍລະນີບຸກໂຈມຕີດັ່ງກ່າວ ພ້ອມທັງຢ້ຳຄືນລະບຽບກົດໝາຍສາກົນວ່າ ບັນດາກໍລະນີບຸກໂຈມຕີຕ້ານກຳລັງຮັກສາສັນຕິພາບສະຫະປະຊາຊາດ ອາດຈະກາຍເປັນໂທດກຳສົງຄາມ.  ທ່ານໄດ້ຮຽກຮ້ອງໃຫ້ເຈົ້າໜ້າທີ່ ກົງໂກຈົ່ງສືບສວນກໍລະນີນີ້ ແລະ ນຳບັນດາຕົວການຂຶ້ນສານດຳເນີນຄະດີໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ