ກຳແພງສະໄຫມ ລາຊະວົງໂຮ່ແມ່ນມໍລະດົກ ວັດທະນະທຳໂລກ

ກຳແພງສະໄຫມ  ລາຊະວົງໂຮ່ແມ່ນມໍລະດົກ    ວັດທະນະທຳໂລກ - ảnh 1
ກຳ​ແພງ​ສະ​ໄຫມ​ລາຊະວົງ​ໂຮ່


(vovworld) - ພິທີ​ຮັບ​ໃບ​ຢັ້ງຢືນ​ຮັບ​ຮອງກຳ​ແພງ​ສະ​ໄຫມ​ລາຊະວົງ​ໂຮ່​ແມ່ນ​ມໍລະດົກ​ວັດທະນະທຳ​ໂລກ ດ​ຳ​ເນີນ​​ໃນ​ຕອນ​ຄຳ່​ວັນ​ທີ 16/6 ຢູ່ ​ນະຄອນ ​ແທນ​ຮວາ. ​ເປັນ​ອັນວ່າ ພ້ອມ​ກັບ​ຄຸ້ມ​ເມືອງ​ເກົ່າ ​ໂຮ້ຍອາຍ, ​ກຸງ​ເກົ່າ​ເຫ້ວ, ​ເທວະສະຖານ ໝີ​ເຊີນ ​ແລະ ພະ​ລາຊະ​ວັງ​ທັງ​ລອງ, ກຳ​ແພງ​ສະ​ໄຫມ​ລາຊະວົງ​ໂຮ່​ແມ່ນ​ມໍລະດົກ​ແຫ່ງ​ທີ 5 ຂອງ​ຫວຽດນາມ ​ໄດ້​ຮັບຮອງ​ແມ່ນ​ມໍລະດົກ​ວັດທະນະທຳ​ຂອງ​ໂລກ. ກຳ​ແພງ​ສະ​ໄຫມ​ລາຊະວົງ​ໂຮ່ ​ແມ່ນ​ກິດຈະກຳ​ສະຖາປັດຕະຍະກຳ​​ໄດ້​ຮັບ​ການ​ກໍ່ສ້າງດ້ວຍ​ຫີນ ມີ​ອາຍຸ​ກວ່າ 600 ປີ. ​ແຕ່​ປີ 1962, ກຳ​ແພງ​ສະ​ໄຫມ​ລາຊະວົງ​ໂຮ່ ​ໄດ້​ຮັບຮອງ​ແມ່ນ​ປູຊະນີ​ຍະສະ​ຖານ​ແຫ່ງ​ຊາດ ​ແລະ ທີ່​ວາລະ​ປະຊຸມ​​ເມື​່ອວັນ​ທີ 27/6/2011, ກຳ​ແພງ​ສະ​ໄຫມ​ລາຊະວົງ​ໂຮ່​ແມ່ນ​ຫນຶ່ງ​ໃນ​ກິດຈະກຳ 4 ​ແຫ່ງ​​ໄດ້​ຮັບຮອງ​​ແມ່ນ​ມໍລະດົກ​ວັດທະນະທຳ​ໂລກຈາກ​ອົງການ UNESCO ​ໃນ​ຍອດ​ຈຳນວນ 35 ​ແຫ່ງ. ທ່ານ ​Vuong Viet Van ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ ​ແຂວງ ​ແທນ​ຮວາ ​ໃຫ້​ຮູ້​ວ່າ:

        “ພວກ​ຂ້າພະ​ເຈົ້າ​ຖື​ເປັນ​ກຽດ​ເມື່ອ​​ມໍລະດົກ​ວັດທະນະທຳ​ກຳ​ແພງ​ສະ​ໄຫມ​ລາຊະວົງ​ໂຮ່ ​ໄດ້​ຮັບ​ການຮັບຮອງ​ແມ່ນມໍລະດົກ​ວັດທະນະທຳ​ຂອງ​ໂລກ. ພວກ​ຂ້າພະ​ເຈົ້າ​ໃຫ້​ຄຳ​ໝັ້ນ​ໝາຍ​ ກັບຄະນະ​ກຳມະການ​ມໍລະດົກ​ໂລກ​ຂອງ UNESCO ກ່ຽວ​ກັບ 10 ບັນຫາ. ​ໃນ​ນັ້ນ ພົ້ນ​ເດັ່ນ​ແມ່ນ ພວກ​ເຮົາ​ສ້າງ​ການວາງ​ແຜນ​ກຳນົດສັງ​ລວມ​ເພື່ອ​ອະນຸລັກ​ຮັກສາ, ປະຕິສັງຂອນ ​ແລະ ​ເສີມ​ຂະຫຍາຍ​ຄຸນຄ່າ​ຂອງ​ມໍລະດົກ​ແຫ່ງ​ນີ້.”

 

ຂ່າວ/ບົດ​ອື່ນ