ກຽດ​ອັນສະ​ຫງ່າ ຫວຽດ​ນາມ 2023: ເຊີດ​ຊູ​ບັນ​ດາ​ແບບ​ຢ່າງ​ດີ​ເດັ່ນ​ໃນ​ຂະ​ບວນ​ການ​ແຂ່ງ​ຂັນ​ຮັກ​ຊາດ

(VOVWORLD) - ມີ 5 ໝູ່ຄະນະ ແລະ 11 ສ່ວນບຸກຄົນ ໄດ້ຮັບການເຊີດຊູໃນລາຍການ ກຽດອັນສະຫງ່າ ຫວຽດນາມ ຄັ້ງນີ້
ກຽດ​ອັນສະ​ຫງ່າ ຫວຽດ​ນາມ 2023: ເຊີດ​ຊູ​ບັນ​ດາ​ແບບ​ຢ່າງ​ດີ​ເດັ່ນ​ໃນ​ຂະ​ບວນ​ການ​ແຂ່ງ​ຂັນ​ຮັກ​ຊາດ - ảnh 1ພິທີເຊີດຊູ (ພາບ: TTXVN)

ຕອນຄ່ຳວັນທີ 4 ມິຖຸນາ ຢູ່ຮ່າໂນ້ຍ, ສະຫະພັນໃຫຍ່ແຮງງານ ຫວຽດນາມ ໄດ້ຈັດລາຍການ “ກຽດອັນສະຫງ່າ ຫວຽດນາມ” ຄັ້ງທີ 18 ປີ 2023 ເພື່ອສະເຫຼີມສະຫຼອງວັນປະທານ ໂຮ່ຈີມິນອອກຄຳຮຽກຮ້ອງແຂ່ງຂັນຮັກຊາດຄົບຮອບ 75 ປີ (11/06/1948 – 11/06/2023), ຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ກຳມະບານທຸກຂັ້ນ ແລະ ກອງປະຊຸມໃຫຍ່ຄັ້ງທີ XIII ກຳມະບານ ຫວຽດນາມ. ມີ 5 ໝູ່ຄະນະ ແລະ 11 ສ່ວນບຸກຄົນ ໄດ້ຮັບການເຊີດຊູໃນລາຍການ ກຽດອັນສະຫງ່າ ຫວຽດນາມ ຄັ້ງນີ້. ນີ້ແມ່ນບັນດາແບບຢ່າງມີຜົນງານດີເດັ່ນໃນການປຸກລຸກຄວາມຄາດຫວັງພັດທະນາເສດຖະກິດ, ສັງຄົມ, ປະເທດຊາດ. ໃນຈຳນວນບັນດາສ່ວນບຸກຄົນທີ່ໄດ້ຮັບການເຊີດຊູໃນຄັ້ງນີ້, ມີສາດສະດາຈານ, ປະລິນຍາເອກ ເລວັນກວ໋າງ, ຜູ້ອຳນວຍການໂຮງໝໍປິ່ນປົວໂລກມະເຮັງ K. ທ່ານແບ່ງປັນວ່າ:

        “ພວກຂ້າພະເຈົ້າ ໄດ້ຜັນຂະຫຍາຍເຕັກນິກຕ່ອມໄທຣອນຜ່ານທາງປາກ ແຕ່ປີ 2018 ແລ້ວ, ແຕ່ຫວ່າງມໍ່ໆມານີ້ ຈຶ່ງຜັນຂະຫຍາຍຢ່າງກວ້າງຂວາງກວ່າ ແລະ ພວກຂ້າພະເຈົ້າໄດ້ຈັດພິທີຖ່າຍທອດເຕັກນິກດັ່ງກ່າວ ແຕ່ເໜືອຮອດໃຕ້ ແລະ ໄດ້ຮັບການຮອງຮັບຈາກສາກົນ. ຈາກຮູບແບບດັ່ງກ່າວ, ພວກຂ້າພະເຈົ້າໄດ້ປະຕິບັດການຜ່າຕັດຕ່ອມໄທຣອນ ດ້ວຍຫຸ່ນຍົນ. ເຕັກນິກຜ່າຕັດດ້ວຍຫຸ່ນຍົນ ມີແຕ່ ອາເມລິກາ ແລະ ສ.ເກົາຫຼີ ເຮັດເທົ່ານັ້ນ, ສ່ວນຢູ່ ອາຊີຕາເວັນອອກສ່ຽງໃຕ້ ແມ່ນຍັງບໍ່ທັນມີເທື່ອ.”

        ລາຍການກຽດອັນສະຫງ່າ  ຫວຽດນາມ ປີ 2023 ໄດ້ເລືອກເອົາຫົວຂໍ້: “ເຈດຈຳນົງ ຫວຽດນາມ” ເພື່ອເຊີດຊູ, ລະດົມກຳລັງແຮງ ແລະ ນ້ຳໃຈຜ່ານຜ່າຄວາມຫຍຸ້ງຍາກ, ຄວາມຄາດຫວັງຢາກອຸທິດສ່ວນຂອງຊາວ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ