ກຽມພ້ອມສິນຄ້າ ແລະ ຂອງຂວັນ ສົ່ງເຖິງເມືອງເກາະ ເຈືອງຊາໃນໂອກາດ ບຸນປີໃໝ່

ກຽມພ້ອມສິນຄ້າ ແລະ ຂອງຂວັນ ສົ່ງເຖິງເມືອງເກາະ ເຈືອງຊາໃນໂອກາດ ບຸນປີໃໝ່ - ảnh 1
ນັກຮົບກະກຽມເຄື່ອງຂອງສົ່ງເຖິງເຈື່ອງຊາ

(vovworld) – ມາຮອດ​ວັນ​ທີ 20/12, ​ວຽກ​ງານ​ກະກຽມ​ສິນຄ້າ, ວັດຖຸ​ສິ່ງ​ທັງໝົດໃຫ້ກຳ​ປັ່ນ​​ຂົນ​ສົ່ງ​ສິນຄ້າ​ເຕັດ​ເຖິງ​ພະນັກງານ, ນັກຮົບ ​ແລະ ປະຊາຊົນ​ໃນ​ເມື​ອງ​ເກາະ​ເຈື່ອງ​ຊາ, ​ແຂວງ ​ແຄ໋ງຮ່ວາ ​ໄດ້​ສຳ​ເລັດແລ້ວ.

    ຕາມ​ພົນ​ຕີ ຫງວຽນ​ວັນ​ທີ້ງ, ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ, ຫ້ອງການ​ການ​ເມື​ອງກອງ​ພົນ​ນ້ອຍ 146, ສິນຄ້າ​ທັງໝົດ ແລະ ​ວັດຖຸ​ສິ່ງ​ຂອງ​ທີ່​ຈຳ​ເປັນເພື່ອ​ຮັບ​ໃຊ້​ບຸນ​ເຕັດ​ໃຫ້​ໝູ່​ເກາະ ​ເຈື່ອງ​ຊາ ​ໄດ້​ຂົນຖ່າຍຂຶ້ນ​ກຳ​ປັ່ນແລ້ວ, ​ໃນ​ນັ້ນ​ມີ​ສິນຄ້າ​ປະ​ເພດ​ຕ່າງໆ​ຄື: ​ເຂົ້າໜຽວ, ​ໃບ​ຕອງ, ​ເສັ້ນ​ລ້ອນ, ​ເຂົ້າ​ໜົມ, ໜໍ່ໄມ້ແຫງ.​.​.​ ພິ​ເສດ, ໝູ່​ເກືອບ 120 ​ໂຕ​ໂດຍ​ພະນັກງານ, ນັກຮົບ​ຂອງ​ກອງ​ພົນ​ນ້ອຍ 146 ລ້ຽງ​ເອງ​ກໍ່​ໄດ້​ມອບ​ໃຫ້​ບັນດາ​ນັກຮົບ​ໃນ​​ເກາະ​ແຫ່ງ​ຕ່າງໆ​ເນື່ອງ​ໃນ​ໂອກາດ​ນີ້:

    “ພວກ​ຂ້າພະ​ເຈົ້າ​ໄດ້​ກະກຽມ​ພື້ນຖານ​ດ້ານ​ວັດຖຸ, ຈິ​ດ​ໃຈ​ເພື່ອ​ໃຫ້​ພະນັກງານ, ນັກຮົບ​ໃນ​ໝູ່​ເກາະ​ໄດ້ຕ້ອນຮັບ​ປີ​ໃໝ່​ຄື​ຢູ່​ໃນ​ເຂດ​ດິນ​ຕໍ່​ແຜ່ນ. ສິ່ງ​ດັ່ງກ່າວ​ສ້າງ​ບັນຍາກາດ​ອົບ​ອຸ່ນໃຫ້​ອ້າຍ​ນ້ອງ​ພະນັກງານ, ນັກຮົບ​, ພັນກັບ​ທະ​ເລ, ​ເກາະ​ບ້ານ​ເກີດ​ເມືອງນອນ ​ແລະ ກົມ​ກອງ, ​ຊ່ວຍ​ໃຫ້​ພະນັກງານ, ນັກຮົບ​ຢູ່​ເຂດ​ໝູ່​ເກາະ​ອຸ່ນ​ອ່ຽນ​ໃຈ​ປະຕິບັດ​ງານ, ກຳນົດ​ໜ້າ​ທີ່​ໄດ້​ຮັບ​ມອບ​ໝາຍ​ຢ່າງລະອຽດ​ກ່ວາ.”

    ດ້ວຍຄວາມ​ເອົາ​ໃຈ​ໃສ່​ຂອງປະຊາຊົນ​ດິນ​ຕໍ່​ແຜ່ນ ພ້ອມ​ກັບ​ຄວາມ​ມານະ​ພະຍາຍາມ​ຜ່ານ​ຜ່າຄວາມຫຍຸ້ງຍາກ​ຂອງ​ພະນັກງານ, ນັກຮົບ​ໃນ​ໝູ່​ເກາະ, ບຸນປີ​ໃໝ່​ປະຈຳ​ຊາດ​ປີ​ມະ​ເສັງປີ​ນີ້, ພະນັກງານ, ນັກຮົບ ​ແລະ ປະຊາຊົນ​ໃນ​ໝູ່​ເກາະ ​ເຈື່ອງ​ຊາ ຈະ​​ດຳ​ເນີນ​ໄປ​ຢ່າງ​ລອບ​ຄອບ​ຖີ່​ຖ້ວນ, ມີ​ຄວາມ​ມ່ວນ​ຊື່ນ​ຫຼາຍ​ຢ່າງ, ດ້ວຍ​ຈິດ​ໃຈ “ມ່ວນ​ຊື່ນ, ​ໂປ່​ງ​ໃສ, ປອດ​ໄພ, ປະຢັດ ​ແລະ ກຽມພ້ອມ​ຕໍ່ສູ້​ສູງ”.

 

 

ຂ່າວ/ບົດ​ອື່ນ