ກຽມພ້ອມໃຫ້ການສ້າງຕະຫລາດ ກາກບອນ ຢູ່ ຫວຽດນາມ

ກຽມພ້ອມໃຫ້ການສ້າງຕະຫລາດ ກາກບອນ ຢູ່ ຫວຽດນາມ - ảnh 1
ພາບ​ປະ​ກອບ:internet

(vovworld)-  ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫາກໍ່​ເຊັນ​ອະ​ນຸ​ມັດ​ບັນ​ຊີ​ລາຍ​ຊື່​ໂຄງ​ການ​ຫນູນ​ຊ່ວຍ​ເຕັກ​ນິກ “ກຽມ​ພ້ອມ​ໃຫ້​ການ​ສ້າງ​ຕະ​ຫລາດ​ກາກບອນ ຢູ່ ຫວຽດ​ນາມ” ໂດຍ ທະ​ນາ​ຄານ​ໂລກ ອຸ​ປະ​ຖຳ. ໂຄງ​ການ​ດັ່ງ​ກ່າວ ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ກຳ​ລັງ​ຄວາມ​ສາ​ມາດ​ການ​ສ້າງ, ປະ​ຕິ​ບັດ ແລະ ເຜີຍ​ແຜ່​ບັນ​ດາ​ນະ​ໂຍ​ບາຍ, ເຄື່ອງ​ມື​ຄຸ້ມ​ຄອງ​ຂອງ​ລັດ​ສຳ​ລັບ​ບັນ​ດາ​ການ​ເຄື່ອນ​ໄຫວ​ຫລຸດ​ຜ່ອນ​ອາຍ​ພິ​ດ​ເຮືອນ​ແກ້ວ​ໃຫ້​ເໝາະ​ສົມ​ກັບ​ເງື່ອນ​ໄຂ​ແຫ່ງ​ຊາດ, ສ້າງ​ເຄື່ອງ​ມື​ການ​ຕະ​ຫລາດ, ສ້າງວິ​ວັດ​ການ​ເຂົ້າ​ຮ່ວມ​ຕະ​ຫລາດ ກາກບອນ ພາຍ​ໃນ​ປະ​ເທດ ແລະ ໂລກ. ຍອດ​ຈຳ​ນວນ​ເງິນ​ລົງ​ທຶນ​ຂອງ​ໂຄງ​ການ​ແມ່ນ 3,6 ລ​້ານ USD, ໃນ​ນັ້ນ ທຶນ ODA ແມ່ນ 3 ລ້ານ USD ໂດຍ​ໂຄງ​ການ​ດັ່ງ​ກ່າວ ຊ່ວຍ​ເຫລືອ​ຫລ້າ ແລະ ຜ່ານ​ທະ​ນາ​ຄານ WB ຢູ່ ຫວຽດ​ນາມ. ໄລ​ຍະ​ປະ​ຕິ​ບັດ​ໂຄງ​ການ ແມ່ນ 36 ເດືອນ ພາຍ​ຫລັງ​ເອ​ກະ​ສານ​ໂຄງ​ການ​ໄດ້​ເຊັນ​ອະ​ນຸ​ມັດ.

 

 

 

ຂ່າວ/ບົດ​ອື່ນ