ກຽມພ້ອມໃຫ້ຄ່ຳຄືນສະແດງຄັ້ງທີ 4 ຢູ່ງານແຂ່ງຂັນຍິງບັ້ງໄຟດອກສາກົນ 2018

(VOVWORLD) -2 ທິມບັ້ງໄຟດອກ ປອັກຕຸຍການ ແລະ ຊູແອັດ ໄດ້ກຽມພ້ອມໃຫ້ຄ່ຳຄືນຍິງບັ້ງໄຟດອກຄັ້ງທີ 4 ໃນງານແຂ່ງຂັນຍິງບັ້ງໄຟດອກສາກົນດ່ານັ້ງ 2018 ດ້ວຍຫົວຂໍ້ວ່າ “ຂົວຕໍ່ແຫ່ງຄວາມມຸ່ງຫວັງ” ເຊິ່ງຖືກດຳເນີນໃນຕອນຄ່ຳວັນທີ 09 ມິຖຸນາ.
ກຽມພ້ອມໃຫ້ຄ່ຳຄືນສະແດງຄັ້ງທີ 4 ຢູ່ງານແຂ່ງຂັນຍິງບັ້ງໄຟດອກສາກົນ 2018 - ảnh 1(ພາບປະກອບ)

ປີນີ້, ທິມ ປອັກຕຸຍການ ໄດ້ເຊີດຊູ “ນ້ຳໃຈເພື່ອນມິດ” ດ້ວຍການສະແດງແພງ Rock ແຫ່ງເທບນິຍາຍຂອງອາເມລິກາ, ອັງກິດ, ເຢຍລະມັນ, ອົດສະຕາລີ ແລະ ປອກຕຸຍການ ເພື່ອສ້າງ “ຂົວຕໍ່ແຫ່ງຄວາມມຸ່ງຫວັງ”. ການແຂ່ງຂັນຍິງບັ້ງໄຟດອກຂອງທິມ ຊູແອັດ ຫວັງວ່າ ຈະສ້າງຄວາມແປກປະຫຼາດໃຈ, ເມື່ອທິມ ຊູແອັດ ແມ່ນທິມມີປະສົບການຫຼາຍຢ່າງ, ໄດ້ຮັບຫຼາຍລາງວັນສູງກ່ຽວກັບການຍິງບັ້ງໄຟດອກໃນໂລກຢ່າງລຽນຕິດ.

      ເພື່ອໃຫ້ຜູ້ຊົມມີການຄັດເລືອກເຕີ່ມອີກ ໃນຂະນະທີ່ຊົມການຍິງບັ້ງໄຟດອກ, ບັນດາໂຮງແຮມຢູ່ແຄມຝັ່ງທາງທິດຕາເວັນອອກແມ່ນ້ຳຮ່ານ ຂອງນະຄອນດ່ານັ້ງ ໄດ້ເປີດການບໍລິການຫຼາຍຢ່າງທີ່ດູດດຶ່ມເພື່ອຮັບໃຊ້ນັກທ່ອງທ່ຽວຄື: ງານລ້ຽງ Buffet, ງານດຶ່ມເບ້ຍ, ຂາຍປີ້ຊົມການຍິງບັ້ງໄຟດອກຢູ່ຊັ້ນສູງຂອງໂຮງແຮມ…

ຕອບກັບ

ຂ່າວ/ບົດ​ອື່ນ