ກຽມພ້ອມໃຫ້ຄຳ່ຄືນໄຂ Festival ເຫ້ວ 2014 ຢ່າງປະທັບໃຈ

ກຽມພ້ອມໃຫ້ຄຳ່ຄືນໄຂ Festival ເຫ້ວ 2014 ຢ່າງປະທັບໃຈ - ảnh 1
ພິທີໄຂ Festival ​ເຫ້ວ 2014 ຈະຈັດຕັ້ງໃນຕອນຄຳ່ວັນທີ 12/4

(vovworld) – ​ໃນ​​ເວ​ລາ 20 ​ໂມງ ວັນ​ທີ 12/4, ຢູ່​ສະໜາມ​ຫຼວງ ​ເງາະ​ມົນ, ດ້າຍ​ໂນ້ຍເຫ້ວ (ພະລາດ​ຊະ​ວັງ​ເຫ້ວ), ​​ໄດ້​ດຳ​ເນີນ​ພິທີ​ໄຂ Festival ​ເຫ້ວ 2014, ​ເຫດການ​ເປີດ​ສາກ​ໃຫ້​ບັນດາ​ການ​ເຄື່ອນ​ໄຫວ​ວັດທະນະທຳ​​ຫຼາຍ​ຮູບ​ຫຼາຍ​ສີ ຖືກ​ດຳ​ເນີນ​ໄປ​​ຕະຫຼອດ​ 9 ວັນ​ (12 – 20/4).

        ດ້ວຍ​ຫົວ​ຂໍ້ “​​ກຸງ​ເກົ່າ - ​ເຕົ້າ​ໂຮມ ​ແລະ ​ສ່ອງ​ແສງ”, ຄຳ່​ຄືນ​ໄຂ​ Festival ຈະ​ມີ​ລາຍການສະ​ແດງ​ສິລະ​ປະ​ທີ່​ເປັນ​ເອກະລັກ​ສະ​ເພາະ. ກ່ຽວ​ກັບປ​ະ​ເທດ​ຊາດ ​ແລະ ຊາວ ຫວຽດນາມ ນັກ​ສິລະ​​ປະຊາຊົນ ​ເລງ​ອກ​ເກື່ອງ, ຮອງ​ປະທານ​ຜູ້​ປະຈ​ຳການ​ສະມາຄົມ​ນັກ​​ຟ້ອນ ຫວຽດນາມ, ຜູ້​ກຳກັບ​ລາຍການ Festival ​ເຫ້ວ 2014, ​ໃຫ້​ຮູ້​ວ່າ:

        “​ໃນ​ລາຍການ​ຄັ້ງ​ນີ້, ກ່ອນ​ອື່ນ​ໝົດ​​ແມ່ນ​​ແນະນຳ​ມໍລະດົກ​ລວມຂອງ ຫວຽ​ດນາມ, ​ເພື່ອ​ແນະນຳ​ປະ​ເທດ​ຊາດ ​ແລະ ຊາວ ຫວຽດນາມ. ພາກ​ທີ 2 ​ແມ່ນ​ແນ​ະນຳ​ສະ​ເພາະກ່ຽວ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງມໍລະດົກ​ ​ເຫ້ວ. ພາກທີ 3 ​ແມ່ນ​ເຊື່ອມ​ໂຍງ, ​ແນະນຳ​ມໍ​ລະ​ດົກ​ຂອງ​ປະ​ເທດ​ຕ່າງໆ ​ເພື່ອ​ໃຫ້​ມະຫາຊົນ​ຮັບ​ຮູ້, ​ເຂົ້າ​ໃຈ​ໄດ​້ກ່ຽວ​ກັບ​ຈຸດ​ທີ​ເປັນ​ເອກະລັກ​ສະ​ເພາະ​ຂອງ​ມໍລະດົກ​ໂລກ.”


ຂ່າວ/ບົດ​ອື່ນ