ກຽມພ້ອມໃຫ້ສົກຮຽນໃໝ່ 2023 – 2024

(VOVWORLD) -   ຢູ່ແຂວງ ອຽນບ໋າຍ, ວັນທີ 30 ສິງຫາ, ພະແນກຂ່າວ - ສະຖານະການເມືອງ (VOV1), ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນເມືອງ ວັນເຈີ໋ນ ແລະ ບັນດານັກອຸປະຖຳຈັດພິທີເປີດໂຮງຮຽນ ຊ່າຍເລືອງ, ຂຶ້ນກັບໂຮງຮຽນອະນຸບານ ຕາແສງ ອານເລືອງ, ເມືອງ ວັນເຈີ໋ນ.
ກຽມພ້ອມໃຫ້ສົກຮຽນໃໝ່ 2023 – 2024 - ảnh 1ພາບປະກອບ

ວັນທີ 5 ກັນຍາ, ນັກຮຽນ ຫວຽດນາມ ຫຼາຍກ່ວາ 20 ລ້ານຄົນ ຈະກ້າວເຂົ້າສູ່ສົກຮຽນໃໝ່ 2023 – 2024. ຮອດຈຸດເວລານີ້, ບັນດາທ້ອງຖິ່ນໄດ້ກຽມພ້ອມຕ້ອນຮັບພວກນ້ອງນັກຮຽນມາໂຮງຮຽນ. ຢູ່ໂຮງຮຽນປະຖົມ, ມັດທະຍົມຕອນຕົ້ນ ເລຢ໋ວນ, ຕາແສງ Ea Puk, ເມືອງ Krong Nang ( ແຂວງ ດັກລັກ), ມີນັກຮຽນທັງໝົດ 710 ຄົນ. ໃນຕົ້ນເດືອນ ສິງຫາ, ໂຮງຮຽນໄດ້ປະຕິບັດສຳເລັດວຽກງານຝຶກອົບຮົມວິຊາສະເພາະໃຫ້ແກ່ຖັນແຖວຄູສອນ. ພ້ອມທັງໄດ້ປະກອບອຸປະກອນການຮຽນ, ການສອນ, ປະດັບປະດາໂຮງຮຽນໃຫ້ແກ່ສົກຮຽນໃໝ່. ທ່ານ ຫງວຽນຢຸຍເຫງັຍ, ຫົວໜ້າຄະນະອຳນວຍການໂຮງຮຽນ, ໃຫ້ຮູ້ວ່າ:

        “ໂຮງຮຽນໄດ້ສ້ອມແປງດ້ານພື້ນຖານວັດຖຸ, ຊື້ອຸປະກອນເພື່ອຮັບໃຊ້ໃຫ້ແກ່ການສຶກສາຂັ້ນປະຖົມ ຈາກ ປໍ 4 ຫາ ມໍ 3. ສ່ວນສຳລັບ ປໍ 5 ແລະ ມໍ 4 ຍັງແມ່ນບັນດາອຸປະກອນຮຽນເກົ່າຂອງໂຮງຮຽນແຕ່ກໍ່ຄົບຖ້ວນພໍສົມຄວນ.”

        ຢູ່ແຂວງ ອຽນບ໋າຍ, ວັນທີ 30 ສິງຫາ, ພະແນກຂ່າວ - ສະຖານະການເມືອງ (VOV1), ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນເມືອງ ວັນເຈີ໋ນ ແລະ ບັນດານັກອຸປະຖຳຈັດພິທີເປີດໂຮງຮຽນ ຊ່າຍເລືອງ, ຂຶ້ນກັບໂຮງຮຽນອະນຸບານ ຕາແສງ ອານເລືອງ, ເມືອງ ວັນເຈີ໋ນ.

        ໃນຂະນະນັ້ນ, ຢູ່ ຕາແສງ ຈ່າແລງ, ເມືອງ ນາມຈ່າມີ, ແຂວງ ກ໋ວາງນາມ, ບ່ອນມີຊາວເຜົ່າ ເມີນົງ ດຳລົງຊີວິດ, ນອກຈາກການກະກຽມອຸປະກອນດ້ານວັດຖຸໃຫ້ການສອນ ແລະ ການຮຽນແລ້ວ, ຄູສອນຢູ່ໂຮງຮຽນປະຖົມກິນ ນອນ ຊົນເຜົ່າ ຈ່າແລງ ໄດ້ຕັ້ງໜ້າລົງໄປບັນດາໝູ່ບ້ານເພື່ອຂົນຂວາຍນັກຮຽນມາໂຮງຮຽນ.

ຕອບກັບ

ຂ່າວ/ບົດ​ອື່ນ