ກູ​ເວດ​ຢັ້ງ​ຢືນ OPEC+ ຈະ​ຮັບ​ປະ​ກັນ​ສະ​ຖຽນ​ລະ​ພາບ​ຕະຫຼາດ​ນ້ຳ​ມັນ

(VOVWORLD) -ທ່ານລັດຖະມົນຕີ Mohamed al-Fares ກໍ່ໃຫ້ຮູ້ວ່າ, ກຸ່ມ OPEC+ ໄດ້ ແລະ ພວມຕິດຕາມສະພາບການປິດເມືອງເພື່ອປ້ອງກັນ, ຕ້ານພະຍາດໂຄວິດ - 19 ຢູ່ຈີນ, ກໍ່ຄືບໍ່ວ່າ ຄວາມສາມາດໃດ ທີ່ອາດຈະເຮັດໃຫ້ແຫຼ່ງສະໜອງນ້ຳມັນຂາດວັກຂາດຕອນ.
ກູ​ເວດ​ຢັ້ງ​ຢືນ OPEC+ ຈະ​ຮັບ​ປະ​ກັນ​ສະ​ຖຽນ​ລະ​ພາບ​ຕະຫຼາດ​ນ້ຳ​ມັນ - ảnh 1ພາບປະກອບ: AFP/TTXVN.

ວັນທີ 5 ພຶດສະພາ, ສຳນັກຂ່າວສານແຫ່ງລັດ ກູເວດໄດ້ຄັດສະເໜີຄຳເວົ້າຂອງທ່ານລັດຖະມົນຕີ ນ້ຳມັນ ກູເວດ Mohamed al-Fares ໂດຍຢັ້ງຢືນວ່າ ຍຸດທະສາດຂອງ ອົງການບັນດາປະເທດສົ່ງອອກນ້ຳມັນ (OPEC) ພ້ອມກັບຄູ່ຮ່ວມມື, ຍັງເອີ້ນວ່າ OPEC+, ແມ່ນເພີ່ມປະລິມານນ້ຳມັນ ຕາມແຕ່ລະເດືອນ ເພື່ອແນໃສ່ຮັບປະກັນຄວາມສົມດູນ ລະຫວ່າງ ຄວາມຕ້ອງການ ແລະ ການສະໜອງ ກໍ່ຄືການຮັກສາສະຖຽນລະພາບຕະຫຼາດນ້ຳມັນໂລກ.

ທ່ານລັດຖະມົນຕີ Mohamed al-Fares ກໍ່ໃຫ້ຮູ້ວ່າ, ກຸ່ມ OPEC+ ໄດ້ ແລະ ພວມຕິດຕາມສະພາບການປິດເມືອງເພື່ອປ້ອງກັນ, ຕ້ານພະຍາດໂຄວິດ - 19 ຢູ່ຈີນ, ກໍ່ຄືບໍ່ວ່າ ຄວາມສາມາດໃດ ທີ່ອາດຈະເຮັດໃຫ້ແຫຼ່ງສະໜອງນ້ຳມັນຂາດວັກຂາດຕອນ.

ກ່ອນໜ້ານັ້ນ, ໃນວັນດຽວກັນ, ຢູ່ກອງະຊຸມ OPEC+ ຄັ້ງທີ 28, ກຸ່ມນີ້ໄດ້ເຫັນດີເປັນເອກະພາບ ດ້ວຍແຜນການເພີ່ມປະລິມານນ້ຳມັນຕື່ມອີກ 432.000 ຖັງ/ວັນ ໃນເດືອນມິຖຸນາຈະມາເຖິງ, ສືບຕໍ່ແຜນການໄດ້ຍົກອອກແມ່ນເພີ່ມປະລິມານນ້ຳມັນຢ່າງພຽງພໍ ເຖິງວ່າລາຄານ້ຳມັນເພີ່ມຂຶ້ນຢ່າງແຮງກໍ່ຕາມ.

ຕອບກັບ

ຂ່າວ/ບົດ​ອື່ນ