ຂໍ້ກຳນົດກ່ຽວກັບຄົນງານ ຕ່າງປະເທດເຮັດວຽກຢູ່ ຫວຽດນາມ

ຂໍ້ກຳນົດກ່ຽວກັບຄົນງານ ຕ່າງປະເທດເຮັດວຽກຢູ່ ຫວຽດນາມ - ảnh 1
ພາບປະກອບຈາກ baogialai.com.vn

(vovworld) – ທ່ານ​ນາຍົກລັດຖະມົນຕີຫາກໍ່​ເຊັນ​ປະກາດ​ໃຊ້​ດຳລັດ​ກຳນົດ​ຢ່າງ​ລະອຽດກ່ຽວ​ກັບ​ການ ປະຕິບັດ​ບາງ​ຂໍ້​ມາດຕາ​ຂອງກົດໝາຍ​ວ່າ​ດ້ວຍ​ແຮງ​ງານ​ກ່ຽວ​ກັບ​ຄົນ​ງານ​ຕ່າງປະ​ເທດ​ເຮັດ​ວຽກ​ຢູ່ ຫວຽດນາມ. ດຳລັດ​​ກຳນົດ​ລະອຽດການປະຕິບັດ​ກົດໝາຍ​ວ່າ​ດ້ວຍ​ແຮງ​ງານ ກ່ຽວ​ກັບ​ການ​ອອກ​ໃບ​ອະນຸຍາດ​​ອອກ​ແຮງ​ງານ​ໃຫ້​ຄົນ​ງານ​ຊາວ​ຕ່າງປະ​ເທດ ​ເຮັດ​ວຽກ​ຢູ່ ຫວຽດນາມ, ​ເລື່ອງ​​ເນລະ​ເທດຄົນ​ງານ​ຊາວ​ຕ່າງປະ​ເທດ​ເຮັດ​ວຽກ​ຢູ່ ຫວຽດນາມ ທີ່ບໍ່​ມີ​ໃບ​ອະນຸຍາດ​​ອອກ​ແຮງ​ງານ​ອອກ​ຈາກ​ປະ​ເທ​ດ. ດຳລັດ​​ກຳນົດ​ກ່ຽວ​ກັບ​ການ​ອອກ​ໃບ​ອະນຸຍາດ​ອອກ​ແຮງ​ງານ, ອອກໃບ​ອະນຸຍາດ​ອອກ​ແຮງ​ງານ​ຄືນ​​ໃໝ່, ​ເນລະ​ເທດ​ຄົນ​ງານ​ຕ່າງປະ​ເທດ​ບໍ່​ມີ​ໃບ​ອະນຸຍາດອອກ​ແຮງ​ງານ​ອອກ​ຈາກ​ປະ​ເທດ. ​ຕາມ​ນັ້ນ​ແລ້ວ, ດຳລັດ​ກຳນົດ​ຕຳ​ແໜ່​ງ​ໄດ້​ນຳ​ໃຊ້​ຄົນ​ງານ​ຕ່າງປະ​ເທດ. ​ແຕ່ລະ​ປີ, ຜູ້ນຳ​ໃຊ້​ຄົນ​ງານ (​ຍົກ​ເວັ້ນນັກ​ປະ​ມູນ) ມີ​ຄວາມ​ຮັບຜິດຊອບ​ກຳນົດ​ຄວາມ​ຕ້ອງການ​ນຳ​ໃຊ້​ຄົນ​ງານ​ຕ່າງປະ​ເທດ​ສຳລັບ​ແຕ່​ລະ​ຕຳ​ແໜ່​ງວຽກ​ງານ​ເຊິ່ງຄົນ​ງານ ຫວຽດນາມ ບໍ່​ທັນ​ຕອບ​ສະໜອງ​ໄດ້ ​ແລະ ລາຍ​ງານ​ອະທິບາຍຕໍ່​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ, ນະ​ຄອນຂຶ້ນ​ກັບ​ສູນ​ກາງ, ບ່ອນ​ທີ່​ຜູ້ນຳ​ໃຊ້​ຄົນ​ງານ​ຕັ້ງ​ສຳນັກງານ. ດຳລັດ​ມີ​ຜົນ​ສັດ​ສິດ​ແຕ່​ວັນ​ທີ 1/11/2013.

 

ຂ່າວ/ບົດ​ອື່ນ