ຂຸດຄົ້ນ, ນຳໃຊ້ບັນດາແຫຼ່ງຊັບພະຍາກອນໃຫ້ມີປະສິດທິຜົນ

(VOVWORLD) - ວຽກງານເຜີຍແຜ່ກົດໝາຍ ແລະ ສະຕິຄວາມຮັບຜິດຊອບຂອງປະຊາຊົນແມ່ນສຳຄັນທີ່ສຸດ.
ຂຸດຄົ້ນ, ນຳໃຊ້ບັນດາແຫຼ່ງຊັບພະຍາກອນໃຫ້ມີປະສິດທິຜົນ - ảnh 1ທ່ານລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫວຽດນາມ ດັ້ງກວກແຄງ
(ພາບ: quochoi.vn)

        ຕອນເຊົ້າວັນທີ 04 ມິຖຸນາ, ວາລະຊັກຖາມທຳອິດໃນຂອບເຂດກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ຈັດຂຶ້ນ, ດ້ວຍໝວດບັນຫາຂຶ້ນກັບຂົງເຂດຊັບພະຍາກອນ - ສິ່ງແວດລ້ອມ. ທ່ານລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫວຽດນາມ ດັ້ງກວກແຄງ ຮັບຜິດຊອບການຕອບຄຳຊັກຖາມ.

        ເມື່ອຕອບຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບມາດຕະການແກ້ໄຂວຽກງານເຜີຍແຜ່, ສຶກສານະໂຍບາຍກົດໝາຍວ່າດ້ວນທະເລ ແລະ ໝູ່ເກາະໃຫ້ນັບມື້ນັບແທດຈິງ, ມີປະສິດທິຜົນ, ທ່ານລັດຖະມົນຕີ ດັ້ງກວກແຄງ, ໃຫ້ຮູ້ວ່າ:

        “ວຽກງານເຜີຍແຜ່ກົດໝາຍ ແລະ ສະຕິຄວາມຮັບຜິດຊອບຂອງປະຊາຊົນແມ່ນສຳຄັນທີ່ສຸດ. ສະນັ້ນ, ທັງລະບົບການເມືອງຕ້ອງເຂົ້າຮ່ວມເພື່ອໂຄສະນາ. ໃນໄລຍະຜ່ານມາ, ທາງກະຊວງໄດ້ສົມທົບກັບສະມາຄົມຜູ້ອາຍຸສູງ, ສະມາຄົມນັກຮົບເກົ່າ, ສະຫະພັນແມ່ຍິງ ຫວຽດນາມ ແລະ ບັນດາທ້ອງຖິ່ນ ເພື່ອເຜີຍແຜ່າກົດໝາຍ, ນະໂຍບາຍຂອງລັດ, ສືບຕໍ່ໂຄສະນາເຜີຍແຜ່ໃຫ້ປະຊາຊົນບັນດາເນື້ອໃນກ່ຽວຂ້ອງເຖິງການຫາປາຖືກຕາມການອະນຸຍາດ, ຂໍ້ກຳນົດ”.

        ການຊັກຖາມຂອງທ່ານລັດຖະມົນຕີ ດັ້ງກວກແຄງ ຈະສືບຕໍ່ຈັດຂຶ້ນໃນຕອນບ່າຍວັນດຽວກັນ. ຖັດຈາກນັ້ນ, ແມ່ນການຊັກຖາມ ແລະ ຕອບຄຳຊັກຖາມຂອງທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ.

ຕອບກັບ

ຂ່າວ/ບົດ​ອື່ນ