ຂຸດ​ຄົ້ນ​ຄວາ​ມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ນະ​ຄອນ Nice ແລະ ປະ​ເທດ ໂມ​ນາ​ໂກ

(VOVWORLD) -ໃນສະພາບທີ່ພື້ນຖານເສດຖະກິດ ຫວຽດນາມ ແລະ ບັນດາປະເທດພວມຊອກຫາກຳລັງໜູນພັດທະນາໃໝ່ໃນໄລຍະຫຼັງໂຄວິດ -19, ການຂຸດຄົ້ນຄວາມສາມາດບົ່ມຊ້ອນໃນການຮ່ວມມືໃໝ່ ລະຫວ່າງ ຫວຽດນາມ ແລະ ປະເທດ ໂມນາໂກ ແລະ ນະຄອນ Nice, ເຂດ Cote dAzur ແມ່ນບູລິມະສິດ ທີ່ທັງສອງຝ່າຍມຸ່ງໄປເຖິງ.
ຂຸດ​ຄົ້ນ​ຄວາ​ມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ນະ​ຄອນ Nice ແລະ ປະ​ເທດ ໂມ​ນາ​ໂກ - ảnh 1ການໂອ້ລົມສົນທະນາດ້ານເສດຖະກິດລະຫວ່າງສອງຝ່າຍ (ພາບ: VOV)

ນີ້ກໍ່ແມ່ນເປົ້າໝາຍຂອງບັນດາເຫດການໂຄສະນາການລົງທຶນ, ສົ່ງເສີມການຄ້າ ໂດຍສະຖານທູດ ຫວຽດນາມ ປະຈຳ ຝລັ່ງ, ບັນດາອົງການຕາງໜ້າຂອງກະຊວງແຜນການ ແລະ ການລົງທຶນ, ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງວິທະຍາສາດ ເຕັກໂນໂລຢີ ຫວຽດນາມ ປະຈຳຝລັ່ງຈັດຕັ້ງໃນລະຫວ່າງວັນທີ 2 - 4 ພຶດສະພາ ຢູ່ Nice ແລະ ໂມນາໂກ.

ໃນການໂອ້ລົມສົນທະນາດ້ານເສດຖະກິດ ທີ່ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 4 ພຶດສະພາ ຢູ່ປະເທດ ໂມນາໂກ, ທ່ານ Christophe Gamon ປະທານຄະນະກຳມະການສາກົນ ຂອງຫ້ອງການການຄ້າ ແລະ ອຸດສາຫະກຳ Nice ເຂດ Cote dAzur ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ແມ່ນສະຖານທີ່ດຶງດູດບັນດາວິສາຫະກິດຢູ່ Nice ຍ້ອນວ່າ ແຕ່ດົນນານມາແລ້ວ ລະຫວ່າງ Nice ແລະຫວຽດນາມ ຍາມໃດກໍ່ມີການຜູກພັນດ້ານວັດທະນະທຳ ຜ່ານປະຊາຄົມຊາວຫວຽດນາມ ປະຈຳ Nice. ທ່ານ Gamon ກໍ່ຖືວ່າ ພາຍຫຼັງບັນດາເຫດການຂັ້ນສູງຫວ່າງມໍ່ໆມານີ້ ໃນການພົວພັນລະຫວ່າງ ຫວຽດນາມ - ຝລັ່ງ, ບັນດາວິສາຫະກິດ Nice ແລະ ເຂດ Cote dAzur ມີຄວາມສົນໃຈຢ່າງແຮງຕໍ່ຕະຫຼາດ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ