ຂຸດຄົ້ນທ່າໄດ້ປຽບຂອງການຄ້າເອເລັກໂຕນິກໃນການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ

ຂຸດຄົ້ນທ່າໄດ້ປຽບຂອງການຄ້າເອເລັກໂຕນິກໃນການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ - ảnh 1
ພາບປະກອບ

(vovworld) ກົມ​ການ​ຄ້າ​ເອ​ເລັກ​ໂຕ​ນິກ ​ແລະ ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ ສັງ​ກັດ ກະຊວງ​ອຸດສາຫະກຳ - ການ​ຄ້າຫວຽດນາມ ຫາ​ກໍ​ສົມທົບ​ກັບ​ພະ​ແນ​ກອຸດສາຫະກຳ - ການ​ຄ້າ​ແຂວງ ຟູ໋ອຽນ ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ ດ້ວຍ​ຫົວ​ຂໍ້​ວ່າ “ຂຸດ​ຄົ້ນ​ທ່າ​ໄດ້​ປຽບ​ດ້ານການ​ຄ້າ​ເອ​ເລັກ​ໂຕ​ນິກ ກັບ​ວິສາ​ຫະກິດ ​ໃນ​ເງື່ອນ​ໄຂ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​ສາກົນ”. ບັນດາ​ຜູ້​ແທນ​ຕີ​ລາຄາ​ວ່າ​: ປະຈຸ​ບັນ, ຫວຽດນາມ ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງ​ໃນ​ການ​ຂຸດ​ຄົ້ນ​ການ​ຄ້າ​ເອ​ເລັກ​ໂຕນິກ​ໃນ​ການ​ຜະລິດ ດຳ​ເນ​ີນທຸລະ​ກິດ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ເລື່ອງ​ນຳ​ໃຊ້​ຂໍ້​ມູນ​ເອ​ເລັກ​​ໂຕ​ນິກ ປະຈຸ​ບັນ​ພວມ​ປະ​ເຊີນ​ໜ້າ​ກັບ​ຮົ້ວ​ກິດ​ແຂວງ​ໃຫຍ່ ​ແມ່ນ​ລະບົບ​ແຈກ​ຢາຍ​ບໍ່​ທັນ​ແຂງ​ແຮງ ​ແລະ ຍັງ​ບໍ່​ທັນ​ຊຳນິ​ຊຳນານ​. ​ໄປ​ຄຽງ​ຄູ່​ກັນ​ນັ້ນ​, ບັນດາ​ວິ​ສາຫະ​ກິດກໍ​ຍັງ​ບໍ່​ທັນ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈຕໍ່​ຜູ້​ອຸປະ​​ໂພ​ກບໍລິໂພ​ກ ​ເມື່ອ​ຂາຍສິນຄ້າ​ຜ່ານ​ອີນ​ເຕີ​ເນັດ​. ທ່ານ Nguyen The Quang, ຮອງ​ຫົວໜ້າ​ກົມ​ການ​ຄ້າ ​ເອ​ເລັກ​ໂຕ​ນິກ ​ແລະ ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ ສັງ​ກັດ​ກະຊວງ​ອຸສາ​ຫະກຳ - ການ​ຄ້າ​ຫວຽດນາມ ​ໃຫ້​ຮູ້​ວ່າ:

“ພວກ​ຂ້າພະ​ເຈົ້າ​ຈະ​ສະ​ເໜີ​ຕົວ​ປະ​ຕູ​ຖານ​ຂໍ້​ມູນເອ​ເລັກ​ໂຕ​ນິກ​ແຫ່ງ​ຊາດ vncharm.​ ພ້ອມ​ທັງ​ຍົກ​ລະດັບ ekip ​ເຊິ່ງ​ແມ່ນ​ຄຸນ​ລັກສະນະໃໝ່ ທີ່​ສະ​ດວກ​ສະບາຍ​ໃຫ້​ແກ່​ວິ​ສາ​ຫະກິດ, ສາມາດ​ເປີດ​ຮ້ານ​ຂາຍ ຫຼື ​ສ້າງ ​ເວັບ​ໄຊ​​ໂດ​ຍບໍ່​ເສຍ​ຄ່າ​​ ຫຼື​ຖ້າ​ເສຍ​ຄ່າ​ກໍ​ບໍ່​ຫຼາຍ ​ໃຫ້​ແກ່​ວິ​ສາ​ຫະກິດ.​ ດັ່ງ​ນັ້ນ​ເລື່ອງ​ເຂົ້າຮ່ວມ ekip ນີ້ຈະ​ຊ່ວຍ​ຫຼຸດຜ່ອນ​ຄ່າ​ໃຊ້​ຈ່າຍ​ໃຫ້​ແກ່​ວິ​ສາ​ຫະກິດ​ຫຼາຍ​ທີ່​ສຸດ”

 

ຂ່າວ/ບົດ​ອື່ນ