ຂຸດ​ຄົ້ນ​ນ້ຳ​ມັນ​ອາຍ​ແກັດລື່ນ​ກາຍ​ແຜນ​ການ

(VOVWORLD) - ກຸ່ມບໍລິສັດນ້ຳມັນອາຍແກັດຫວຽດນາມ (PVN) ໃຫ້ຮູ້ວ່າ 6 ເດືອນຕົ້ນປີ 2020, ຍອດປະລິມານຂຸດຄົ້ນນ້ຳມັນຂອງກຸ່ມບໍລິສັດດັ່ງກ່າວບັນລຸໄດ້ 10,73 ລ້ານໂຕນ, ລື່ນກາຍແຜນການ 6 ເດືອນແມ່ນ 4,2% ແລະ ເທົ່າກັບ 52,7% ແຜນການທັງປີ.
ຂຸດ​ຄົ້ນ​ນ້ຳ​ມັນ​ອາຍ​ແກັດລື່ນ​ກາຍ​ແຜນ​ການ - ảnh 1ພາບປະກອບ: TTXVN 

ພິເສດ, ນີ້ເປັນຄັ້ງທຳອິດນັບແຕ່ ປີ 2016 ເປັນຕົ້ນມາ, ສຳປະສິດ ລະຫວ່າງ ການເພີ່ມປະລິມານສະສົມນ້ຳມັນ ແລະ ປະລິມານຂຸດຄົ້ນຂອງ PVN ບັນລຸທົບ 1,19 ເທົ່າ, ຊຶ່ງແມ່ນລະດັບການຮັບປະກັນຄວາມປອດໄພໃຫ້ແກ່ການພັດທະນາແບບຍືນຍົງຂອງກຸ່ມບໍລິສັດ.

ຕາມທ່ານເລແມ້ງຮຸ່ງ, ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ PVN ແລ້ວ, ວຽກງານຊອກຫາ, ສຳຫຼວດ, ຂຸດຄົ້ນນ້ຳມັນໄດ້ຜັນຂະຫຍາຍຕາມແຜນການ, ການເຄື່ອນໄຫວຂຸດຄົ້ນນ້ຳມັນ, ຂຸດຄົ້ນອາຍແກັດ ແມ່ນຢູ່ໃນລະດັບດີທີ່ສຸດ, ທຸກໆຫົວໜ່ວຍໃນກຸ່ມບໍລິສັດລ້ວນແຕ່ຮັກສາໄດ້ລະດັບການຜະລິດ, ດຳເນີນທຸລະກິດຢ່າງເປັນປົກກະຕິ.

ຕອບກັບ

ຂ່າວ/ບົດ​ອື່ນ