ຂຸດຄົ້ນນ້ຳມັນອາຍແກັດລື່ນກາຍແຜນການ​ທີ່​ໄດ້​ວາງ​ອອກ​ 11.5%

(VOVWORLD) -ກຸ່ມບໍລິສັດນ້ຳມັນອາຍແກັດ ຫວຽດນາມ (PVN) ໃຫ້ຮູ້ວ່າ ການຂຸດຄົ້ນນ້ຳມັນອາຍແກັດ ໃນສອງເດືອນຕົ້ນປີ 2020 ໄດ້ລື່ນກາຍຄາດໝາຍ 11.5% . 

ລະອຽດແມ່ນ, ການຜະລິດໄຟຟ້າໃນສອງເດືອນຜ່ານມາຄາດຄະເນວ່າບັນລຸໄດ້ 3.23ຕື້ kWh, ລື່ນກາຍແຜນການ 13.8% .   ການຜະລິດອາຊົດຄາດວ່າບັນລຸໄດ້   304.800ໂຕນ, ລື່ນກາຍແຜນການ 10.4% . ການຜະລິດນ້ຳມັນ  ຄາດວ່າບັນລຸໄດ້ກ່ວາ 2.4  ລ້ານໂຕນ.  ລາຍຮັບທັງໝົດຂອງກຸ່ມບໍລິສັດຄາດວ່າບັນລຸໄດ້ 116.000 ຕື້ດົ່ງ, ລື່ນກາຍແຜນການສອງເດືອນກ່ວາ 5% .  ມອບເຂົ້າງົບປະມານແຫ່ງລັດແລ້ວຄາດວ່າທົ່ວກຸ່ມບໍລິສັດບັນລຸໄດ້ 14.300ຕື້ດົ່ງ, ລື່ນກາຍແຜນການກ່ວາ 9% . ທ່ານ ເລແມ້ງຮູ່ງ ຜູ້ອຳນວຍການໃຫຍ່ PVN,ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ PVN ຈະສືບຕໍ່ກວດກາຄືນໃໝ່, ຫຼຸດພ່ອນຄ່າໃຊ້ຈ່າຍ, ຮັບປະກັນການເຄື່ອນໄຫວເຄື່ອງຈັກໃຫ້ມີຄວາມປອດໄຟ ແລະ ມີສະຖຽນລະພາບ, ໂຮງງານ ແລະ ກິດຈະການນ້ຳມັນອາຍແກັດ, ສູ້ຊົນຂຸດຄົ້ນນ້ຳມັນອາຍແກັດໃຫ້ບັນລຸໄດ້ຕາມແຜນການທີ່ໄດ້ວາງອອກໃນປີ 2020 .

ຕອບກັບ

ຂ່າວ/ບົດ​ອື່ນ