ຂີດໝາຍປະຫວັດສາດໃນການພົວພັນລະຫວ່າງຫວຽດນາມ - ອິນໂດເນເຊຍ

ຂີດໝາຍປະຫວັດສາດໃນການພົວພັນລະຫວ່າງຫວຽດນາມ - ອິນໂດເນເຊຍ - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ແລະ ທ່ານປະທານາທິບໍດີ ອິນໂດເນເຊຍ Susilo Bambang Yuldoyono

(vovworld) – ຕອນ​ຄຳ່​ວັນ​ທີ 28/6, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ໄດ້ກັບ​ມາ​ຮອດຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ຢ້ຽມຢາມ​ລັດຖະກິດ​ເຖິງ​ອິນ​ໂດ​ເນ​ເຊຍ​ ຢ່າງ​ເປັນ​ທາງ​ການ​. ການ​ຢ້ຽມຢາມ​ເປັນ​ຂີດ​ໝາຍ​ປະຫວັດສາດ​ໃໝ່ ຍົກ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່. ພ້ອມ​ທັງ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ກຸ່ມ​ອາ​ຊຽນ ​ເພື່ອ​ສັນຕິພາບ ການ​ພັດທະນາ​​ໃນ​ພາກ​ພື້ນ. ກ່ຽວ​ກັບ​ໝາກຜົນ​ຂອງ​ການ​ຢ້ຽມຢາມ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ, ຢືນຢັນ​ວ່າ:

“​ໃນ​ການ​ຢ້ຽມຢາມ​ອິນ​ໂດ​ເນ​ເຊຍ ​ຂອງ​ທ່ານ​ປະທານ​ປະ​ເທດ ​ແລະ ​ໃນ​ການ​ພົບ​ປະ​ເຈລະຈາ, ​ການແລກປ່ຽນ​ຕ່າງໆ​ ກັບ​ບັນດາ​ການ​ນຳ​ອິນ​ໂດ​ເນ​ເຊຍ, ສາມາດ​ເຫັນ​ໄດ້​ວ່າ ສອງ​ປະ​ເທດ​ໄດ້​ເປັນ​ເອກະ​ພາບ​ສູງ​ໃນ​ບັນດາ​ບັນຫາ​ສອງ​ຝ່າຍ ກໍ່​ຄື​ການ​ຮ່ວມ​ມື​ສົມທົບ​ກັນ​ໃນ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ. ສອງ​ປະ​ເທດ​ເປັນ​ເອກະ​ພາບ​ເຮັດ​ໃຫ້ການ​ພົວພັນ​ສອງ​ຝ່າຍ​ມີ​ຄວາມ​ເລິກ​ເຊິ່ງກວ່າ​ອີກ ​ແລະ ການ​ພົວພັນຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ນີ້​ ກໍ່​ແມ່ນ​ກາລະ​ໂອກາດ, ​ແມ່ນ​ບາດກ້າວ​ພັດທະນາ​ໃໝ່​ເພື່ອ​ຮັດ​ແໜ້ນ​ການ​ພົວພັນ​ທີ່​ໃກ້ຊິດ, ສະໜິດສະໜົມ, ​ໄວ້​ເນື້ອ​ເຊື່ອ​ໃຈ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ປະ​ເທດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ“.

ພິ​ເສດ​ໃນ​ການ​ເຈລະຈາ​ລະຫວ່າງ​ບັນດາ​ກະຊວງ, ຂະ​ແໜງ​ການຕ່າງໆ, ຫວຽດນາມ ​ແລະ ອິນ​ໂດ​ເນ​ເຊຍ ​ໄດ້​ເປັນ​ເອກະ​ພາບ​ຍູ້​ແຮງ​ການ​ຜັນ​ຂະຫຍາຍ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ທະ​ເລ ​ແລະ ອາຊີບ​ການ​ປະມົງ. ສອງ​ຝ່າຍ​ໄດ້​ເຫັນ​ດີ​ຍົກ​ມາດ​ຕະການ​ຊົ່ວຄາວ​ສຳລັບ​ບັນຫາ​​ແບ່ງກຳນົດ​ເຂດ​ເສດຖະກິດ​ພິ​ເສດ, ​ແນ​ໃສ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​​ການ​ປະມົງ, ​ໃນ​ຂະນະທີ່ຍັງ​​ສືບ​ຕໍ່​ເຈລະຈາ​ນຳ​ກັນ​ເພື່ອ​ບັນລຸ​​ມາດຕາ​ການ​ສຸດ​ທ້າຍ. ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ກະ​ສີ​ກຳ ​ແລະ ພັດທະນາ​ຊົນນະບົດ ຫວູວັນ​ຕ໋າມ, ​ໃຫ້​ຮູ້​ວ່າ:

“ພວກ​ເຮົາມີ​ຂໍ້​ຕົກລົງ​ກັບ ອິນ​ໂດ​ເນ​ເຊຍ, ກ່ອນ​ອື່ນ​ໝົດ​ແມ່ນ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ ອາຊີບ​ປະມົງ. ພວກ​ເຮົາ​ມີ​ຂໍ້​ຕົກ​ລົງ​ບັນດາ​ກໍລະນີ​ທີ່ກຳ​ປັ່ນ​ຫາ​ປາ​ຂອງ ຫວຽດນາມ ລະ​ເມີດ​ເຂດ​ທະ​ເລຂອງ ອິນ​ໂດ​ເນ​ເຊຍ ​ແມ່ນຈະ​ໄດ້​ຮັບ​ການ​ແກ້​ໄຂ​ບົນ​ຈິດ​ໃຈ​ມະນຸດສະທຳ, ມິດຕະພາບ. ​ໂດຍ​ຜ່ານ​ເນື້ອ​ໃນ​ການ​ເຈລະຈາ​ລະຫວ່າງ​ທ່ານປະທານ​ປະ​ເທດ ​ແລະ ທ່ານ​ປະທານາທິບໍດີ ອິນ​ໂດ​ເນ​ເຊຍ, ຫວັງ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ພວກ​ເຮົາ​ຈະ​ຜັນ​ຂະຫຍາຍ​ຫຼາຍ​ມາດ​ຕະການ​ເພື່ອ​ສະ​ກັດ​ກັ້ນ​ສະພາບ​ການ​ຫາ​ປາ​ຢ່າງຜິດ​ກົດໝາຍ, ດ້ານ​ອື່ນ, ຈັດ​ຕັ້ງ​ໃຫ້​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ຮ່ວມ​ທຸລະ​ກິດ​ກັບ​ວິ​ສາ​ຫະກິດ ອິນ​ໂດ​ເນ​ເຊຍ ​ເພື່ອ​​ໃຫ້ຊາວ​ປະມົງ ​ແລະ ກຳ​ປັ່ນ​ຂອງພວກ​ເຮົາ​​ໄດ້ໄປ​ຂຸດ​ຄົ້ນ​ສິນ​ທະ​ເລ​ຢູ່​ເຂດ​ທະ​ເລ​ຂອງ ອິນ​ໂດ​ເນ​ເຊຍ ຢ່າງຖືກ​ຕ້ອງຕາ​ມ​ກົດໝາຍ ​​ແລະ ມີ​ປະສິດ​ທິຜົນ​ກ່ວາ.”

ພ້ອມ​ກັບ​ການ​ບັນລຸ​​ໄດ້​ໝາກຜົນ​ສຳຄັນ​ກ່ຽວ​ກັບ​ດ້ານ​ເສດຖະກິດ, ການ​ຄ້າ, ການ​ຢ້ຽມຢາມ​ຂອງ​ທ່ານ​ປະທານ​ປະ​ເທດ ກໍ່​ເປີດ​ໄລຍະ​ໃໝ່​ໃນ​ການ​ຮ່ວມ​ມີ​ປ້ອງ​ກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ. ພ້ອມ​ທັງ​ຢືນ​ຢັນຄືນ​ໃໝ່​ຄວາມ​ສຳຄັນ​ຂອງ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ປອດ​ໄພ ​ແລະ ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ​ແກ້​ໄຂ​ການ​ພິພາດ​ກັນ​ດ້ວຍ​ສັນຕິວິທີ.

ຈຸດ​ພົ້ນ​ເດັ່ນ​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້ ​ແມ່ນ​ບົດ​ປາ​ໄສ​ທີ່​ສຳຄັນ​ຂອງ​ປະທານ​ປະ​ເທດ​ຢູ່​ສຳນັກງານ​ຄະນະ​ເລຂາ​ອາ​ຊຽນ. ນີ້​ແມ່ນ​ເທື່ອ​ທຳ​ອິດ​ທີ່​ປະທານ​ປະ​ເທດ​ ​ເຈືອງ​ເຕິ໋ຊາງ ມາ​ຢ້ຽມຢາມ​ສຳນັກງານ​ຄະນະ​ເລຂາ​ອາ​ຊຽນ, ອັນ​ໄດ້​​ຢືນຢັນ​ການ​ຖື​​ເປັນ​ສຳຄັນທີ່​ຕັ້ງ​ບຸລິ​ມາ​ສິດ​ອັນ​ດັບ​ໜຶ່ງ​ຂອງ​ອາ​ຊຽນ​ໃນ​ນະ​ໂຍບາຍ​ພົວພັນ​ຕ່າງປະ​ເທດ​ຂອງ​ຫວຽດນາມ​ທີ່​ມີ​ຕໍ່​ພາກ​ພື້ນ

ຂ່າວ/ບົດ​ອື່ນ