ຂໍ້ຕົກລົງ Brexit ສືບຕໍ່ຖືກປະລາໄຊເປັນຄັ້ງທີ 2

(VOVWORLD) -ວັນທີ 12 ມີນາ, ສະພາຕ່ຳອັງກິດ ໄດ້ປ່ອນບັດປະຕິເສດຮ່າງຂໍ້ຕົກລົງ Brexit ສະບັບປັບປຸງຄັ້ງທີ 2 ຂອງທ່ານນາງ Theresa May ອີກຄັ້ງ 1 ດ້ວຍບັດຄ້ານ 391 ບັດ ແລະ ບັດເຫັນດີ 242 ບັດ, ຜ່ານນັ້ນໄດ້ຍູ້ວິວັດທະນາການອັງກິດ ຖອນຕົວອອກຈາກເອີລົບ (EU) ຕົກເຂົ້າສູ່ສະພາບການເມືອງໃໝ່.
ຂໍ້ຕົກລົງ Brexit ສືບຕໍ່ຖືກປະລາໄຊເປັນຄັ້ງທີ 2  - ảnh 1ຂໍ້ຕົກລົງ Brexit ສືບຕໍ່ຖືກປະລາໄຊເປັນຄັ້ງທີ 2
(ພາບ: AFP/TTXVN)

ພາຍຫຼັງໝາກຜົນການປ່ອນບັດຢູ່ສະພາຕ່ຳໄດ້ປະກາດ ແລະ ໃນຕອນຄ່ຳວັນດຽວກັນ, EU ກໍ່ໃຫ້ຮູ້ວ່າ, ໄພອັນຕະລາຍທີ່ Brexit ບໍ່ມີຂໍ້ຕົກລົງໄດ້ເພີ່ມຂຶ້ນ “ຫຼາຍພໍສົມຄວນ” ແລະ ຈະບໍ່ມີການເຈລະຈາໃດກັບລອນດອນ ຕື່ມອີກ ກ່ຽວກັບບັນດາມາດຕາຂອງການຖອນຕົວ. EU ຢືນຢັນວ່າ, ຂໍ້ຕົກລົງຖອນຕົວອອກຈາກ EU ຍາກທີ່ຈະໄດ້ຮັບການປັບປຸງໃຫ້ດີກວ່ານີ້ອີກ ແລະ ຖືວ່າທ່ານນາງນາຍົກລັດຖະມົນຕີ Theresa May ຈະຮຽກຮ້ອງໂຈະ Brexit ເພື່ອຫຼີກລ້ຽງຄວາມວຸ້ນວາຍທາງດ້ານເສດຖະກິດ ຖ້າຫາກອັງກິດ ຖອນຕົວອອກຈາກ EU ໂດຍບໍ່ມີຂໍ້ຕົກລົງ, ໃນສະພາບທີ່ຍັງມີເວລາພຽງແຕ່ 17 ວັນເທົ່ານັ້ນຈະຮອດຈຸດເວລາ ອັງກິດ ຖອນຕົວອອກຈາກ EU ຢ່າງເປັນທາງການ ຄືວັນທີ 29 ມີນາ.

ຕອບກັບ

ຂ່າວ/ບົດ​ອື່ນ