ຂໍ້​ຕົກລົງ RCEP ຈະ​ນໍາ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ທຸກໆຝ່າຍ

(VOVWORLD) -ທ່ານ Michael Gautama ປະທານຄະນະກໍາມະການ ການຄ້າ ສິງກະໂປ ສັງກັດ ຫ້ອງການການຄ້າ ແລະ ອຸດສາຫະກໍາ ອິນໂດເນເຊຍ (KADIN) ຖືວ່າ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ແມ່ນຂໍ້ຕົກລົງການຄ້າສະບັບໜຶ່ງທີ່ມີຄວາມສໍາຄັນທີ່ສຸດ.
ຂໍ້​ຕົກລົງ RCEP ຈະ​ນໍາ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ທຸກໆຝ່າຍ - ảnh 1(ພາບປະກອບ: ASEAN)

        ທ່ານ Michael ໄດ້ຕີລາຄາວ່າ ສັນຍາ RCEP ແມ່ນແນວຄວາມຄິດທີ່ດີ ແລະ ຈະນໍາມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນ, ໃຫ້ແກ່ບັນດາປະເທດ ແລະ ບັນດາຂະແໜງອຸດສາຫະກໍາ. ທ່ານກໍສະແດງຄວາມເຊື່ອໝັ້ນວ່າ ຂໍ້ຕົກລົງສະບັບດັ່ງກ່າວ ຈະໄດ້ລົງນາມໃນເດືອນພະຈິກຈະມາເຖິງ ເພື່ອກາຍເປັນກຸ່ມເສດຖະກິດໃຫຍ່ທີ່ສຸດ.

        ສ່ວນທ່ານ Juan Gondokusumo ປະທານຄະນະກໍາມະການ ການຄ້າ ບັນດາປະເທດ ກໍາປູເຈຍ, ລາວ, ມຽນມາ, ຫວຽດນາມ ສັງກັດ KADIN ໄດ້ຕີລາຄາສູງຕໍ່ເປົ້າໝາຍ ແລະ ເນື້ອໃນຈິດໃຈຂອງ ຂໍ້ຕົກລົງ RCEP, ພ້ອມທັງເຊື່ອໝັ້ນວ່າ ຂໍ້ຕົກລົງຫຼາຍຝ່າຍນີ້ ຈະສໍາເລັດໃນທ້າຍປີນີ້ ແລະ ຖືກຕ້ອງຕາມລາຍການດໍາເນີນງານ. ທ່ານກໍເນັ້ນໜັກວ່າ ຂໍ້ຕົກລົງ RCEP ຈະແມ່ນຂໍ້ຕົກລົງການຄ້າ “ມີມູນຄ່າເພີ່ມສູງ” ຫຼື ອາດຈະເອີ້ນວ່າ ແມ່ນ “WTO+” ສໍາລັບບັນດາປະເທດສະມາຊິກ ເພື່ອແນໃສ່ບັນລຸໄດ້ກາຍພົວພັນຄູ່ຮ່ວມມືເສດຖະກິດຮອບດ້ານ, ກວມເອົາຫຼາຍບັນຫາຄື ການຄ້າ, ການລົງທຶນ, ການຮ່ວມມືດ້ານເຕັກໂນໂລຢີ, ສິດຊັບສິນທາງປັນຍາ, ການແກ້ງແຍ້ງ, ການຄ້າເອເລັກໂຕນິກ ແລະ ການແກ້ໄຂຂໍ້ຂັດແຍ້ງ./.

ຕອບກັບ

ຂ່າວ/ບົດ​ອື່ນ