ຂໍ​ຕົກລົງການ​ຄ້າ ອາ​ເມ​ລິ​ກາ - ຈີນ ​ໄລຍະ 1 ຈະ​ລົງ​ນາມ​ກັນ​ໃນ​​ຕົ້ນ​ເດືອນ ມັງກອນ 2020

(VOVWORLD) -ຂໍ້ຕົກລົງສະບັບດັ່ງກ່າວ ໄດ້ປະຕິບັດຢ່າງສົມບູນແບບ ແລະ ພວມຢູ່ໃນໄລຍະສ້ອມແປງດ້ານເຕັກນິກ.
ຂໍ​ຕົກລົງການ​ຄ້າ ອາ​ເມ​ລິ​ກາ - ຈີນ ​ໄລຍະ 1 ຈະ​ລົງ​ນາມ​ກັນ​ໃນ​​ຕົ້ນ​ເດືອນ ມັງກອນ 2020 - ảnh 1 ທ່ານລັດຖະມົນຕີກະຊວງການເງິນ ອາເມລິກາ Steven Mnuchin (ຜູ້ຢືນຢູ່ເບື້ອງຊ້າຍມື) (ພາບ: Reuters)

        ວັນທີ 19 ທັນວາ, ທ່ານລັດຖະມົນຕີກະຊວງການເງິນ ອາເມລິກາ Steven Mnuchin  ໃຫ້ຮູ້ວ່າ ອາເມລິກາ ແລະ ຈີນ ຈະລົງນາມໃນຂໍ້ຕົກລົງການຄ້າ ໄລຍະ 1 ໃນຕົ້ນເດືອນມັງກອນ ປີ 2020. ຂໍ້ຕົກລົງສະບັບດັ່ງກ່າວ ໄດ້ປະຕິບັດຢ່າງສົມບູນແບບ ແລະ ພວມຢູ່ໃນໄລຍະສ້ອມແປງດ້ານເຕັກນິກ.

        ກ່າວຄໍາເຫັນໃນຊ່ອງຂໍ້ມູນຂ່າວ CNBC, ທ່ານ Mnuchin  ຊີ້ແຈ້ງວ່າ ຂໍ້ຕົກລົງການຄ້າ ໄດ້ເຮັດເປັນລາຍລັກອັກສອນ, ແປເປັນທີ່ຮຽບຮ້ອຍແລ້ວ ແລະ ຈະບໍ່ຕ້ອງຜ່ານການເຈລະຈາຄັ້ງໃດໆອີກ.


ຕອບກັບ

ຂ່າວ/ບົດ​ອື່ນ