ຂໍ້ຕົກລົງການຄ້າສ່ວນໜຶ່ງລະຫວ່າງ ອາເມລິກາ ແລະ ຈີນ ຈະຖືກເຊັນ

(VOVWORLD) - ວັນທີ 15 ພະຈິກ, ທ່ານ Larry Kudlow ປະທານສະພາເສດຖະກິດແຫ່ງຊາດ ອາເມລິກາ ໃຫ້ຮູ້ວ່າ: ຂໍ້ຕົກລົງການຄ້າສ່ວນໜຶ່ງລະຫວ່າງ ອາເມລິກາ ແລະ ຈີນ ອາດຈະແມ່ນຂັ້ນລັດຖະມົນຕີເປັນຜູ້ເຊັນ ບໍ່ແມ່ນການນຳ 2 ປະເທດ. 

ທ່ານ Kudlow ກໍ່ໃຫ້ຮູ້ວ່າ: ຄວາມມານະພະຍາຍາມສ້າງຂໍ້ຕົກລົງດ້ານການຄ້າພວມບັນລຸໄດ້ຄວາມຄືບໜ້າໃຫ້ສຳເລັດໄລຍະ 1. ເຖິງຢ່າງໃດກໍ່ຕາມ, ທ່ານໃຫ້ຮູ້ວ່າ: ປັດຈຸບັນວັນເວລາເຊັນຂໍ້ຕົກລົງຍັງບໍ່ທັນໄດ້ກຳນົດເທື່ອ.

ຂໍ້ຕົກລົງການຄ້າສ່ວນໜຶ່ງລະຫວ່າງ ອາເມລິກາ ແລະ ຈີນ ຈະຖືກເຊັນ - ảnh 1 ຂໍ້ຕົກລົງການຄ້າສ່ວນໜຶ່ງລະຫວ່າງ ອາເມລິກາ ແລະ ຈີນ ຈະຖືກເຊັນ (ພາບ: AFP/TTXVN)

        ໃນການໂອ້ລົມທາງໂທລະສັບໃນຕອນຄ່ຳວັນທີ 15 ພະຈິກ, ບັນດານັກເຈລະຈາ ອາເມລິກາ ແລະ ຈີນ ພວມມານະພະຍາຍາມຊອກຫາວິທີການຮັດແຄບຄວາມບໍ່ລົງລອຍກັນ. ເຖິງຢ່າງໃດກໍ່ຕາມ ທ່ານປະທານາທິບໍດີ Donald Trump ຍັງບໍ່ທັນເຫັນດີຍົກເລີກບໍ່ວ່າອັດຕາພາສີເພີ່ມເຕີມໃດທັງນັ້ນ, ໃນຂະນະນັ້ນ ຂອບຂະໜາດຂອງຄຳໝັ້ນສັນຍາຂອງ ຈີນ ຊື້ຜະລິດຕະພັນກະເສດ ອາເມລິກາ ກໍ່ຍັງບໍ່ທັນຈະແຈ້ງເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ