ຂໍ້ຕົກລົງດ້ານການຄ້າເສລີອັງກິດ-ອີຢູຈະບໍ່ສາມາດສຳເລັດໃນຮອບເວລາ 2 ປີ

ຂໍ້ຕົກລົງດ້ານການຄ້າເສລີອັງກິດ-ອີຢູຈະບໍ່ສາມາດສຳເລັດໃນຮອບເວລາ 2 ປີ - ảnh 1
​ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ​ອັງ​ກິດ Theresa May 
(ພາບ: EPA/TTXVN)

(vovworld) - ​ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ​ອັງ​ກິດ Theresa May ໃຫ້​ຮູ້​ວ່າ, ຈະບໍ່​​ສາ​ມາດ​ຮັບ​ຮອງ​ເອົາ​ຂໍ້​ຕົກ​ລົງ​ການ​ຄ້າ​ໃໝ່ກັບ​ສະ​ຫະ​ພາບ​ເອີ​ລົບ (ອີ​ຢູ) ໃນ​ຮອບ​ເວ​ລາ 2 ປີ, ສິ່ງ​ດັ່ງ​ກ່າວ​ໝາຍ​ຄວາມ​ວ່າ, ຂໍ້​ຕົກ​ລົງ​ການ​ຄ້າ​ເສ​ລ​ີ​ລະ​ຫວ່າງ​ອັງ​ກິດ - ອີ​ຢູ ຈະ​ບໍ່​ສາ​ມາດ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ເມື່ອ​ອັງ​ກິດ ຖອນ​ອອກ​ຈາກ​ອີຢ​ູ (Brexit) ໃນ​ເດືອນ 03/2019. ກ່າວ​ຄຳ​ເຫັນ​ຕໍ່​ ສື່ມວນ​ຊົນ​ໃນ​ການ​ໄປ​ຢ້ຽມ​ຢາມ ຈໍ​ແດນ, ທ່ານ​ນາ​ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ Theresa May ໃຫ້​ຮູ້​ບັນ​ດາ​ບັນ​ຫາ​ລະ​ອຽດ​ທີ່​ກ່ຽວ​ຂ້ອງ​ເຖິງ​ສັນ​ຍາ​ການ​ຄ້າ​ລະ​ຫວ່າງ​ອັງ​ກິດ - ອີ​ຢູ ແລະ ເລື່ອງ​ຮັບ​ຮອງ​ເອົາ​ສັນ​ຍາ​ດັ່ງ​ກ່າວ​ຈະ​ຕ້ອງ​ແກ່​ຍາວ ພາຍ​ຫຼັງ​ອັງ​ກິດ ຖອນ​ອອກ​ຈາກ​ອີ​ຢູ ຢ່າງ​ເປັນ​ທາງ​ການ. ທ່ານ​​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ Theresa May ຢືນ​ຢັນ​ວ່າ, ອັງ​ກິດ ແລະ ອີຢ​ູ ຕ້ອງ​ມີ​ໄລ​ຍະ​​ການປ່ຽນ​ແປງ​ເພື່ອ​ຊ່ວຍ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ມີ​ເວ​ລ​າ​ເພື່ອ​​ດັດປັບ​ໃຫ້​ເໝາະ​ສົມ​ກັບ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ໃໝ່​ລະ​ຫວ່າງ​ອັງ​ກິດ - ອີ​ຢູ.

ຕອບກັບ

ຂ່າວ/ບົດ​ອື່ນ