ຂໍ້ຕົກລົງນິວເຄຼຍ ອີຣານ ອາດຈະບັນລຸໄດ້ໃນອາທິດນີ້

(VOVWORLD) -ມີຂໍ້ຕົກລົງສະບັບໜຶ່ງກ່ຽວຂ້ອງເຖິງໂຄງການນິວເຄຼຍຂອງ ອີຣານ ອາດສາມາດບັນລຸໄດ້ຢ່າງໄວສຸດແມ່ນໃນອາທິດນີ້.
ຂໍ້ຕົກລົງນິວເຄຼຍ ອີຣານ ອາດຈະບັນລຸໄດ້ໃນອາທິດນີ້ - ảnh 1ທ່ານ Josep Borrell, ຜູ້ຕາງໜ້າຂັ້ນສູງຮັບຜິດຊອບຄວາມໝັ້ນຄົງ ແລະ ການຕ່າງປະເທດຂອງສະຫະພາບເອີລົບ
(ພາບ: AFP/TTXVN)

ວັນທີ 23 ສິງຫາ, ທ່ານ Josep Borrell, ຜູ້ຕາງໜ້າຂັ້ນສູງຮັບຜິດຊອບຄວາມໝັ້ນຄົງ ແລະ ການຕ່າງປະເທດຂອງສະຫະພາບເອີລົບ (ອີຢູ) ໃຫ້ຮູ້ວ່າ ມີຂໍ້ຕົກລົງສະບັບໜຶ່ງກ່ຽວຂ້ອງເຖິງໂຄງການນິວເຄຼຍຂອງ ອີຣານ ອາດສາມາດບັນລຸໄດ້ຢ່າງໄວສຸດແມ່ນໃນອາທິດນີ້.

        ກ່ອນໜ້ານັ້ນ, ອີຢູ ໄດ້ສົ່ງເອກະສານສະບັບສຸດທ້າຍຂອງຮ່າງຂໍ້ຕົກລົງໃຫ້ ອີຣານ ເພື່ອແນໃສ່ຟື້ນຟູຂໍ້ຕົກລົງນິວເຄຼຍ ແຜນການເຄື່ອນໄຫວຮ່ວມມືຮອບດ້ານ (JCPOA) ລົງນາມໃນປີ 2015. ອີຣານ ໄດ້ໃຫ້ຄຳຕອບ ແລະ ສະເໜີປັງປຸງບາງຈຸດ ແລະ ວັນທີ 22 ສິງຫາ, ທ່ານ Josep Borrell ໃຫ້ຂໍ້ສັງເກດວ່າ ບັນດາຂໍ້ສະເໜີຂອງ ອີຣານ ແມ່ນສອດຄ່ອງແລ້ວ.

        ຮ່າງຂໍ້ຕົກລົງ ແລະ ຄຳຕອບຂອງ ອີຣານ ໄດ້ສົ່ງເຖິງບັນດາຝ່າຍທີ່ກ່ຽວຂ້ອງ ລວມມີ: ອາເມລິກາ, ລັດເຊຍ, ຈີນ, ອັງກິດ, ເຢຍລະມັນ ແລະ ຝລັ່ງ. ຕາມທ່ານ Josep Borrell ແລ້ວ, ສ່ວນຫຼາຍບັນດາຝ່າຍໄດ້ເຫັນດີຕໍ່ຂໍ້ສະເໜີຂອງ ອີຣານ.

ຕອບກັບ

ຂ່າວ/ບົດ​ອື່ນ