ຂໍ້ຕົກລົງນິວເຄຼຍບໍ່ສົ່ງຜົນສະທ້ອນເຖິງກຳລັງແຮງດ້ານການທະຫານ

ຂໍ້ຕົກລົງນິວເຄຼຍບໍ່ສົ່ງຜົນສະທ້ອນເຖິງກຳລັງແຮງດ້ານການທະຫານ - ảnh 1
ທ່ານ​ປະທານາທິບໍ​ດີ​ອີຣານ Hassan Rouhani
(ພາບປະກອບ)


(vovworld) – ວັນ​ທີ 30/08, ທ່ານ​ປະທານາທິບໍ​ດີ​ອີຣານ Hassan Rouhani, ​ໃຫ້​ຮູ້​ວ່າ, ຂໍ້​ຕົກລົງ​​ດ້ານນິວ​ເຄຼຍ ທີ່​ບັນລຸ​ໄດ້​ກັບ​ບັນດາ​ປະ​ເທດ​ມະຫາ​ອຳ​ນາດ​ນັ້ນ ​ແມ່ນບໍ່​ສົງ​ຜົນ​ທະ​ທ້ອນ​ເຖິງ​ກຳລັງ​ແຮງ​ດ້ານ​ກາ​ນທະຫານ​ຂອງ​ອີຣານ. ກ່າວ​ຄຳ​ເຫ​ັນ​ເຊິ່ງ​ໄດ້ຮັບ​ການຖ່າຍ​ຖອດ​ສົ​ດທາງ​ໂທລະພາບ, ທ່ານ Hassan Rouhani ຢືນຢັນ​ວ່າ, ອີຣານ ບໍ່​ຮັບ​ຮູ້​ບໍ່​ວ່າ​ກຳນົດ​ໃດໆ ສຳລັບ​ຄວາມ​ສາມາດ​​ປ້ອງ​ກັນ​ຊາດ​ຂອງ​ປະ​ເທດ​ນີ້. ​ເຕື້ອງ​ເຖິງ​ຂົງ​ເຂດ​ເສດຖະກິດ, ທ່ານ Hassan Rouhani ​ໃຫ້​ຮູ້​ວ່າ, ປະລິ​ມານ​ຂຸດ​ຄົ້ນນ້ຳມັນ​ດິບ​ຂອງ​ປະ​ເທດ​ນີ້​ຢູ່​ໃນ​ລະດັບ 2 ລ້ານ 9 ​ແສນ​ຖັງ/ວັນ, ​ເພີ່ມ​ຂຶ້ນ 2 ​ແສນຖັງ/ວັນ ນັບ​ແຕ່​ທ່ານ​ຮັບ​ດຳລົງ​ຕຳ​ແໜ່​ງ​ເມື່ອ​ປີ 2013, ​ໃນ 2 ປິ​ຜ່ານ​ມາອີຣານ ບັນລຸ​ໄດ​້ຜົນງານ​ໃນ​ເລື່ອງ​ເພີ່ມ​ປະລິ​ມານ​ນ້ຳມັນ​ດິບ.

ຂ່າວ/ບົດ​ອື່ນ