ຂໍ້ຕົກລົງຢຸດຍິງຍັງບໍ່ທັນໄດ້ຮັບການປະຕິບັດໃນທົ່ວຜືນແຜ່ນດິນຊີຣີ

ຂໍ້ຕົກລົງຢຸດຍິງຍັງບໍ່ທັນໄດ້ຮັບການປະຕິບັດໃນທົ່ວຜືນແຜ່ນດິນຊີຣີ - ảnh 1
ທ່ານ​ປະທາ​ນາ​ທິບໍດີ ຕວກກີ Tayyip Erdogan
(ພາບ: AFP)

(vovworld) – ​    ວັນ​ທີ 29/02 ທ່ານ​ປະທາ​ນາ​ທິບໍດີ ຕວກກີ Tayyip Erdogan ​ໃຫ້​ຮູ້​ວ່າ: ຂໍ້​ຕົກລົງ​ຢຸດ​ຍິງ​ຢູ່ ຊີຣີ, ​ເຖິງ​ວ່າ​ມີ​ຜົນ​ສັກສິດນັບ​ແຕ່​ເວລາ 0 ​ໂມງ​ວັນ​ທີ 27/02 ​ແລ້ວ​ກໍ່ຕາມ ​ແລະ ພຽງ​ແຕ່​ໜູນ​ໃຊ້​ໃນ 1/3 ​ຜືນ​ແຜ່ນ​ດິນ ຊີຣີ ​ເທົ່າ​ນັ້ນ, ພ້ອມ​ທັງ ຫວັງ​ວ່າ ມັນ​ຈະ​ໄດ້​ຮັບ​ການເປີດ​ກ້ວາງ​ອອກສູ່ທົ່ວ​ປະ​ເທດ​ຕາ​ເວັນ​ອອກ​ກາງ​ນີ້. ກ່າວ​ຄຳ​ເຫັນ​ທີ່​ການປະຊຸມ​ຂ່າວ​ຮ່ວມກັບ​ຄູ່​ຕຳ​ແໜ່​ງ Cote d’Ivoire ຢູ່​ນະຄອນ Abidjan, ທ່ານ​ປະທາ​ນາ​ທິບໍດີ Tayyip Erdogan ຖື​ວ່າ ບັນດາ​ເຫດປະ​ທະ​ກັນ​ຍັງ​ດຳ​ເນີນ​ໄປ​ຢູ່​ຫລາຍ​​ເຂດ​ຂອງ ຊີຣີ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ໃນ​ວັນ​ດຽວ​ກັນ, ກ່າວ​ຄຳ​ເຫັນ​ທີ່ Geneva ປະ​ເທດ ສະ​ວິດ​ທ່ານ​ເລຂາທິການ​ໃຫຍ່ ສະຫະ​ປະຊາ​ຊາດ Ban Ki – moon ຢືນຢັນ​ວ່າ ຂໍ້​ຕົກລົງ​ຢຸດ​ຍິງ​ພວມໄດ້​ຮັບ​ການປະຕິບັດ​​ໃນບໍລິ​ເວນທີ່​ກ້ວາງ​ຂວາງ ​ເຖິງ​ວ່າ​ຍັງ​​ມີ​ການລະ​ເມີດ 2,3 ຄັ້ງ​ກໍ່ຕາມ.

ຂ່າວ/ບົດ​ອື່ນ