ຂໍ້ຕົກລົງຢຸດຍິງຢູ່ Nagorny-Karabakh ໄດ້ຮັບການປະຕິບັດ

(VOVWORLD) - ຝ່າຍ ອາແຊັກໄບຊານ ເນັ້ນໜັກວ່າ ການເຈລະຈາໄດ້ດຳເນີນໄປໃນ “ບັນຍາກາດທີ່ມີລັກສະນະສ້າງສັນ ແລະ ຕັ້ງໜ້າ”
ຂໍ້ຕົກລົງຢຸດຍິງຢູ່ Nagorny-Karabakh ໄດ້ຮັບການປະຕິບັດ  - ảnh 1(ພາບປະກອບ: AFP/TTXVN)

          ວັນທີ 21 ກັນຍາ, ທ່ານນາຍົກລັດຖະມົນຕີ ອາກເມນີ Nikol Pashinyan ໃຫ້ຮູ້ວ່າ: ຂໍ້ຕົກລົງຢຸດຍິງຢູ່ເຂດ Nagorny-Karabakh ພວມໄດ້ຮັບການປະຕິບັດ ຢ່າງກ້ວາງຂວາງ.

          ແລະກໍ່ໃນວັນດຽວກັນ, ຫ້ອງວ່າການປະທານນາທິບໍດີ ອາແຊັກໄບຊານ ຕີລາຄາວ່າ, ຄະນະຜູ້ແທນຂອງປະເທດນີ້ ໄດ້ດຳເນີນການເຈລະຈາເຊື່ອມໂຍງ “ມີລັກສະນະສ້າງສັນ” ກັບອຳນາດການປົກຄອງບັນດາເຜົ່າ ອາກເມນີ ຂອງເຂດ Nargony-Karabakh. ຝ່າຍ ອາແຊັກໄບຊານ ເນັ້ນໜັກວ່າ ການເຈລະຈາໄດ້ດຳເນີນໄປໃນ “ບັນຍາກາດທີ່ມີລັກສະນະສ້າງສັນ ແລະ ຕັ້ງໜ້າ”, ພ້ອມທັງຢືນຢັນວ່າ ອຳນາດການປົກຄອງ ອາແຊັກໄບຊານແລະ ຊາວເຜົ່າ ອາກເມນີ ຈາກ Nagorny – Karabakh ໄດ້ເຫັນດີຈະພົບປະກັນໂດຍໄວ. Baku ຍັງໄດ້ເຫັນດີທີ່ຈະ ຊ່ວຍເຫຼືອດ້ານມະນຸດສະທໍາ ແລະ ທັນຍາຫານໃຫ້ແກ່ເຂດທີ່ມີຄວາມຂັດແຍ້ງນີ້.

          ໃນຂະນະນັ້ນ, ພາຍຫຼັງການໂອ້ລົມທາງໂທລະສັບລະຫວ່າງການນຳລັດເຊຍ ແລະ ອາແຊັກໄບຊານ ໃນວັນທີ 21 ກັນຍາ, ຫ້ອງການສື່ມວນຊົນວັງ Kremlin ຢືນຢັນວ່າ ທ່ານປະທານາທິບໍດີລັດເຊຍ Vladimir Putin ແລະ ຄູ່ຕຳແໜ່ງ ອາແຊັກໄບຊານ, ທ່ານ Ilham Aliyev ໄດ້ເຫັນດີຊຸກຍູ້ວິວັດການເຈລະຈາ 3 ຝ່າຍ ໂດຍມີການເຂົ້າຮ່ວມຂອງ ອາກເມນີ, ລວມທັງເລື່ອງຮຽບຮຽງສົນທິສັນຍາສັນຕິພາບລະຫວ່າງ Baku ແລະ Yerevan.

ຕອບກັບ

ຂ່າວ/ບົດ​ອື່ນ