ຂໍ້​ຕົກ​ລົງ​ຢຸດ​ຍິງ​ຮອບ​ດ້ານ​ຢູ່​ເຂດ ກາ​ຊາ ເລີ່ມ​ມີ​ຜົນ​ສັກ​ສິດ​ແຕ່​ວັນ​ທີ 24 ພະ​ຈິກ

(VOVWORLD) - ໃນຄັ້ງທຳອິດມີສາມັນຊົນ 13 ຄົນ ໄດ້ຮັບການປ່ອຍຕົວອອກຈາກເຂດ ກາຊາ ໃນເວລາ 16 ໂມງຂອງວັນດຽວກັນ.
ຂໍ້​ຕົກ​ລົງ​ຢຸດ​ຍິງ​ຮອບ​ດ້ານ​ຢູ່​ເຂດ ກາ​ຊາ ເລີ່ມ​ມີ​ຜົນ​ສັກ​ສິດ​ແຕ່​ວັນ​ທີ 24 ພະ​ຈິກ - ảnh 1ທະຫານ ອິດສະຣາແອັນ ຢູ່ພາກເໜືອເຂດ ກາຊາ (ພາບ: AFP)

ຄຳສັ່ງຢຸດຍິງຮອບດ້ານຢູ່ເຂດ ກາຊາ ເລີ່ມມີຜົນສັກສິດແຕ່ເວລາ 7 ໂມງເຊົ້າຂອງວັນທີ 24 ພະຈິກ (ຕາມເວລາທ້ອງຖິ່ນ) ເປັນຕົ້ນໄປ. ຕາມຂໍ້ຕົກລົງກ່ຽວກັບຕົວປະກັນລະຫວ່າງສອງຝ່າຍ, ໃນຄັ້ງທຳອິດມີສາມັນຊົນ 13 ຄົນ ໄດ້ຮັບການປ່ອຍຕົວອອກຈາກເຂດ ກາຊາ ໃນເວລາ 16 ໂມງຂອງວັນດຽວກັນ.

        ນີ້ແມ່ນຂໍ້ມູນ ໂດຍທ່ານ Majed Al-Ansari ໂຄສົກກະຊວງການຕ່າງປະເທດ ກາຕາ ສະໜອງຕໍ່ວົງການນັກຂ່າວໃນວັນທີ 23 ພະຈິກ. ທ່ານ Majed Al-Ansari ໄດ້ເຜີຍໃຫ້ຮູ້ ບັນຊີລາຍຊື່ສາມັນຊົນ ທີ່ໄດ້ຮັບການປ່ອຍຕົວເປັນອິດສະຫຼະ. ກາຕາ ແມ່ນປະເທດກາງໄກ່ເກ່ຍໃຫ້ແກ່ຂໍ້ຕົກລົງຢຸດຍິງ ແລະ ແລກປ່ຽນຕົວປະກັນນີ້.  

       ໃນການເຫດການໜຶ່ງຂອງວັນທີ 23 ພະຈິກ, ທ່ານ Alexander Ben Zvi ເອກອັກຄະລັດຖະທູດ ອິດສະຣາແອັນ ປະຈຳ ລັດເຊຍ, ໄດ້ຖະແຫຼງວ່າ ລັດຊາວຢິວ ຈະສືບຕໍ່ເພີ່ມທະວີບັ້ນບຸກໂຈມຕີຢູ່ເຂດ ກາຊາ ພາຍຫຼັງທີ່ບັນດາຕົວປະກັນໄດ້ປ່ອຍຕົວເປັນອິດສະຫຼະ. ທ່ານເອກອັກຄະລັດຖະທູດ Ben Zvi ຢັ້ງຢືນວ່າ “ອິດສະຣາແອັນ ຕ້ອງເຮັດທຸກວິທີທາງເພື່ອຮັບປະກັນຄວາມປອດໄພໃຫ້ປະຊາຊົນຂອງຕົນ”.

ຕອບກັບ

ຂ່າວ/ບົດ​ອື່ນ