ຂໍ້​ຕົກ​ລົງ​ລະ​ຫວ່າງ ອີ​ຣານ ແລະ IAEA ອາດ​ຈ​ະ​ໄດ້​ຮັບ​ການ​ຕໍ່​ກຳ​ນົດ​ເວ​ລາ ໂດຍ​ມີ​ເງື່ອນ​ໄຂ

(VOVWORLD) -    ການຕໍ່ກຳນົດເວລາໃຫ້ແກ່ຂໍ້ຕົກລົງລະຫວ່າງ ອີຣານ ແລະ ອົງການພະລັງງານປະລະມານູສາກົນ ແມ່ນເພື່ອແນໃສ່ສ້າງໂອກາດໃຫ້ແກ່ການເຈລະຈາຄັ້ງຕ່າງໆ ຢູ່ ວຽນ (ໂອຕາລິດ) ກ່ຽວກັບການຟື້ນຟູຂໍ້ຕົກລົງນິວເຄຼຍ ອີຣານ ປີ 2015, ຫຼືຍັງເອີ້ນວ່າແຜນການດຳເນີນງານຮ່ວມຮອບດ້ານ (JCPOA).
ຂໍ້​ຕົກ​ລົງ​ລະ​ຫວ່າງ ອີ​ຣານ ແລະ IAEA ອາດ​ຈ​ະ​ໄດ້​ຮັບ​ການ​ຕໍ່​ກຳ​ນົດ​ເວ​ລາ ໂດຍ​ມີ​ເງື່ອນ​ໄຂ - ảnh 1ວິວັດການເຈລະຈາຟື້ນຟູຂໍ້ຕົກລົງ JCPOA ພວມບັນລຸໄດ້ຄວາມຄືບໜ້າ (ພາບ: ISNA)

   ສະພາປ້ອງກັນຄວາມສະຫງົບແຫ່ງຊາດສູງສຸດຂອງ ອີຣານ ໃຫ້ຮູ້ວ່າ ຂໍ້ຕົກລົງວ່າດ້ວຍການຕິດຕາມກວດກາ ລະຫວ່າງ ອີຣານ ແລະ ອົງການພະລັງງານປະລະມານູສາກົນ (IAEA) ຈະໄດ້ຮັບການຕໍ່ກຳນົດເວລາໂດຍມີເງື່ອນໄຂຕື່ມອີກ 1 ເດືອນ, ພາຍຫຼັງຂໍ້ຕົກລົງສະບັບດັ່ງກ່າວ ໄດ້ຮັບການປະຕິບັດມາເປັນເວລາ 3 ເດືອນ ແລະ ໝົດຜົນສັກສິດໃນວັນທີ 22 ພຶດສະພາຜ່ານມາ.

        ການຕໍ່ກຳນົດເວລາໃຫ້ແກ່ຂໍ້ຕົກລົງລະຫວ່າງ ອີຣານ ແລະ ອົງການພະລັງງານປະລະມານູສາກົນ ແມ່ນເພື່ອແນໃສ່ສ້າງໂອກາດໃຫ້ແກ່ການເຈລະຈາຄັ້ງຕ່າງໆ ຢູ່ ວຽນ (ໂອຕາລິດ) ກ່ຽວກັບການຟື້ນຟູຂໍ້ຕົກລົງນິວເຄຼຍ ອີຣານ ປີ 2015, ຫຼືຍັງເອີ້ນວ່າແຜນການດຳເນີນງານຮ່ວມຮອບດ້ານ (JCPOA).

        ປັດຈຸບັນ, ບັນດາຄະນະຜູ້ຕາງໜ້າໃຫ້ຮູ້ວ່າ ວິວັດການເຈລະຈາຟື້ນຟູຂໍ້ຕົກລົງ JCPOA ພວມບັນລຸໄດ້ຄວາມຄືບໜ້າ, ເຖິງວ່າ ຍັງຍອມຮັບວ່າ ບັນດາບັນຫາຫຼັກໆແມ່ນຍັງບໍ່ທັນແກ້ໄຂໄດ້ເທື່ອ. ຄາດວ່າ, ການເຈລະຈາຮອບຕ່າງໆຢູ່ ວຽນ ຈະສືບຕໍ່ໄດ້ຮັບການເຊື່ອມຕໍ່ຄືນໃໝ່ໃນວັນທີ 25 ພຶດສະພາ.

ຕອບກັບ

ຂ່າວ/ບົດ​ອື່ນ