ຂໍ້​ຕົກ​ລົງ​ສຸດຍອດ​ລະ​ຫວ່າງ ສ.ເກົາຫຼີ ແລະ ສ​ປ​ປ.ເກົາຫຼີ​ຈະ​ໄດ້​ປະ​ຕິ​ບັດ​ໂດຍ​ບໍ່​ຫົວ​ຊາ​ຕໍ່​ບັນ​ດາ​ສິ່ງ​ກີດ​ຂວາງ

(VOVWORLD) -ວັນທີ 19 ກັນຍາ, ທ່ານ Moon Jae-in ປະທານາທິບໍດີ ສ.ເກົາຫຼີຖືວ່າ ຂໍ້ຕົກລົງສຸດຍອດລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ທີ່ໄດ້ເຊັນຢູ່ພຽງຢາງລະຫວ່າງ ທ່ານ ເອງ ແລະ ທ່ານ Kim Jong- un ການນຳ ສປປ.ເກົາຫຼີ ຈະໄດ້ປະຕິບັດໂດຍບໍ່ຫົວຊາຕໍ່ບັນດາສິ່ງກີດຂວາງທັງຢູ່ພາຍໃນ ແລະ ຕ່າງປະເທດ.
ຂໍ້​ຕົກ​ລົງ​ສຸດຍອດ​ລະ​ຫວ່າງ ສ.ເກົາຫຼີ ແລະ ສ​ປ​ປ.ເກົາຫຼີ​ຈະ​ໄດ້​ປະ​ຕິ​ບັດ​ໂດຍ​ບໍ່​ຫົວ​ຊາ​ຕໍ່​ບັນ​ດາ​ສິ່ງ​ກີດ​ຂວາງ - ảnh 1ທ່ານ Moon Jae-in ປະທານາທິບໍດີ ສ.ເກົາຫຼີ (ພາບ:  Yonhap/TTXVN) 

ທີ່ເຫດການສະເຫຼີມສະຫຼອງ 2 ປີແຫ່ງການເຊັນຂໍ້ຕົກລົງດັ່ງກ່າວ, ການນຳສ.ເກົາຫຼີ ໄດ້ເນັ້ນໜັກວ່າ ຄຳໝັ້ນສັນຍາຂອງ ເຊີອູນ ຕໍ່ສັນຕິພາບຍັງໜັກແໜ້ນໝັ້ນແກ່ນ ແລະ ຂໍ້ຕົກລົງນີ້ສາມາດບໍ່ບັນລຸໄດ້ໂດຍໄວ ຍ້ອນມີສິ່ງກີດຂວາງຢູ່ພາຍໃນ ແລະ ພາຍນອກ”.

        ໃນສານທີ່ໄດ້ເອົາລົງໃນສື່ສັງຄົມອອນລາຍ Facebook, ທ່ານ ປະທານາທິບໍດີ ສ.ເກົາຫຼີ ໄດ້ຢ້ຳຄືນວ່າ ສອງຝ່າຍບັນລຸໄດ້ຂໍ້ຕົກລົງ “ຢ່າງລະອຽດ ແລະ ແທດຈິງ”ໃນຂົງເຂດການທະຫານ, ເຮັດໃຫ້ໝູ່ບ້ານຢຸດຮົບ Panmunjomກາຍເປັນເຂດປອດການທະຫານ. ທ່ານເໜັ້ນນັກວ່າ, ໃນວັນທີ 19 ກັນຍາ ຂໍ້ຕົກລົງລະຫວ່າງສອງຝ່າຍຈະໄດ້ຮັບການປະຕິບັດໃຫ້ສຳເລັດ.

ຕອບກັບ

ຂ່າວ/ບົດ​ອື່ນ