ຂໍ້​ຕົກ​ລົງຫຼຸດ​ຜ່ອນ​ການ​ປ່ອຍ​ອາຍ​ພິດຢູ່ເຂດ​​ຕອນ​ເໜືອພາກກາງ ຫວຽດ​ນາມ

(VOVWORLD) - ຕອນບ່າຍວັນທີ 22 ຕຸລາ, ຢູ່ຮ່າໂນ້ຍ, ໂດຍໄດ້ດຳເນີນພິທີລົງນາມຂໍ້ຕົກລົງ ວ່າດ້ວຍການຫຼຸດຜ່ອນອາຍພິດຢູ່ເຂດຕອນເໜືອພາກກາງ ຫວຽດນາມ (ERPA) ລະຫວ່າງ ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ແລະ ທະນາຄານໂລກ ປະຈຳຫວຽດນາມ ເຊິ່ງແມ່ນອົງການໄດ້ຮັບການມອບສິດຈາກກອງທຶນຄູ່ຮ່ວມມືກາກບອນໃນ ຂະແໜງປ່າໄມ້ (FCPF).
ຂໍ້​ຕົກ​ລົງຫຼຸດ​ຜ່ອນ​ການ​ປ່ອຍ​ອາຍ​ພິດຢູ່ເຂດ​​ຕອນ​ເໜືອພາກກາງ ຫວຽດ​ນາມ - ảnh 1ພິທີ ລົງນາມຂໍ້ຕົກລົງຫຼຸດຜ່ອນການປ່ອຍອາຍພິດຢູ່ເຂດຕອນເໜືອພາກກາງ ຫວຽດນາມ (ພາບ: VGP)

ທ່ານຮ່າກົງຕ໊ວນ ຮອງລັດຖະມົນຕີຜູ້ປະຈຳການກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໄດ້ຢັ້ງຢືນວ່າ: ການປະຕິບັດຂໍ້ຕົກລົງຈະສ້າງແຫຼ່ງການເງິນເພີ່ມເຕີມໃໝ່, ປະກອບສ່ວນລົງທຶນໃຫ້ແກ່ບັນດາການເຄື່ອນໄຫວຫຼຸດຜ່ອນການ ສູນເສຍປ່າ, ປ່າຊຸດໂຊມ  ແລະ ຍົກສູງລາຍຮັບໃຫ້ແກ່ເຈົ້າຂອງປ່າ. ທ່ານກ່າວວ່າ:

        ພາຍຫຼັງ ພິທີລົງນາມ ກະຊວງໄດ້ມອບສິດໃຫ້ກົມໃຫຍ່ປ່າໄມ້ເປັນສູນເຊື່ອມຕໍ່  ຜັນຂະຫຍາຍບັນດາເນື້ອໃນໃນຂໍ້ຕົກລົງຢ່າງຮີບດ່ວນ, ເປັນຕົ້້ນແມ່ນ ຮັບປະກັນການປະຕິບັດບັນດາຄຳໝັ້ນສັນຍາຢ່າງເຂັ້ມງວດ. ໃນສະເພາະໜ້າ ແມ່ນ ຂໍຄຳຄິດເຫັນຈາກບັນດາກະຊວງ, ຂະແໜງການໂດຍໄວ ພ້ອມກັນນັ້ນແມ່ນສົມທົບກັບບັນດາອົງການຈັດຕັ້ງສາກົນ, ເປັນຕົ້ນແມ່ນທະນາຄານໂລກ ພິຈາລະນາເພື່ອຍື່ນສະເໜີຕໍ່ລັດຖະບານປະກາດໃຊ້ຂໍ້ກຳນົດກ່ຽວກັບການທົດລອງການມອບສິດ ໂອ້ນກຳມະສິດທາດກາກບອນ ໂດຍອີງໃສ່ໝາກຜົນຂອງການຫຼຸດຜ່ອນການປ່ອຍທາດພິດຢູ່ເຂດຕອນເໜືອພາກກາງ.

ຕອບກັບ

ຂ່າວ/ບົດ​ອື່ນ