ຂໍ້ຕົກລົງຮ່ວມມືດ້ານການບິນລະຫວ່າງບັນດາບໍລິສັດການບິນຂອງຫວຽດນາມ ແລະ ອາເມລິກາ

(VOVWORLD) -Bamboo Airways ກໍ່ໄດ້ປະກາດສາຍການບິນໂດຍກົງລະຫວ່າງຫວຽດນາມ - ອາເມລິກາ.
ຂໍ້ຕົກລົງຮ່ວມມືດ້ານການບິນລະຫວ່າງບັນດາບໍລິສັດການບິນຂອງຫວຽດນາມ ແລະ ອາເມລິກາ - ảnh 1ພິທີລົງນາມຂໍ້ຕົກລົງລະຫວ່າງບໍລິສັດການບິນ Bamboo Airways ກັບ GE Aviation
(ພາບ: dangcongsan.vn)

ໃນຂອບເຂດການເຂົ້າຮ່ວມວາລະສົນທະນາຮ່ວມຂັ້ນສູງສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 76 ແລະ ປະຕິບັດບາງການເຄື່ອນໄຫວ 2 ຝ່າຍຢູ່ອາເມລິກາ, ຕອນເຊົ້າວັນທີ 21 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ນິວຢອກ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນສັກຂີພິຍານພິທີລົງນາມຂໍ້ຕົກລົງທີ່ມີມູນຄ່າປະມານ 2 ຕື້ USD ລະຫວ່າງບໍລິສັດການບິນ Bamboo Airways ກັບ GE Aviation (ຂຶ້ນກັບກຸ່ມບໍລິສັດ General Electric) ອາເມລິກາ. ໃນວັນດຽວກັນ, Bamboo Airways ກໍ່ໄດ້ປະກາດສາຍການບິນໂດຍກົງລະຫວ່າງຫວຽດນາມ - ອາເມລິກາ.

        ແລະກໍ່ໃນຂອບເຂດການໄປປະຕິບັດງານຢູ່ອາເມລິກາ, ວັນທີ 21 ກັນຍາ, ທ່ານປະທານປະເທດ ຫງວຽນຊວັນຟຸກ ກໍ່ໄດ້ເປັນສັກຂີພິຍານພິທີລົງນາມລະຫວ່າງບໍລິສັດການບິນ Vietjet ແລະ ບໍລິສັດ CFM International (ຮ່ວມຊື່ GE & Safran) ກ່ຽວກັບການສະໜອງການບໍລິການບຳລຸງຈັກເຮືອບິນໃໝ່ມີມູນຄ່າ 26 ລ້ານ USD, ຍົກຈຳນວນມູນຄ່າການຮ່ວມມືລະຫວ່າງ 2 ຝ່າຍຂຶ້ນເປັນ 18,5 ຕື້ USD.

ຕອບກັບ

ຂ່າວ/ບົດ​ອື່ນ