ຂໍ້​ຕົກ​ລົງ​ເຊື່ອມ​ຕໍ່​ການ​ພົວ​ພັນ​ລະ​ຫວ່າງ ອີ​ຣານ ແລະ ອາ​ຣັບ​ບິ ຊະ​ອຸ​ດິ ສາ​ມາດ​ສ້າງ​ກຳ​ລັງ​ໜູນ​ນຳ​ມາ​ເຊິ່ງ​ສະ​ຖຽນ​ລະ​ພາບ ແລະ ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ພາກ​ພື້ນ

(VOVWORLD) -ອະນາຄົດຂອງພາກພື້ນ ອາຊີຕາເວັນຕົກ ແລະ ເຂດອ່າວເປີເຊຍ ດ້ວຍທີ່ຕັ້ງພູມີສາດການເມືອງສຳຄັນ, ແຫຼ່ງພະລັງງານທີ່ອຸດົມສົມບູນ, ຊັບພະຍາກອນທຳມະຊາດ, ແຫຼ່ງງົບປະມານຫຼວງຫຼາຍ, ຈະນຳມາເຊິ່ງຄວາມວັດທະນາຖາວອນໃຫ້ແກ່ປະຊາຊົນໃນພາກພື້ນ.

“ຂໍ້ຕົກລົງເຊື່ອມຕໍ່ການພົວພັນລະຫວ່າງ ອີຣານ ແລະ ອາຣັບບິ ຊະອຸດິ ສາມາດສ້າງກຳລັງໜູນນຳມາເຊິ່ງສະຖຽນລະພາບ ແລະ ຜົນປະໂຫຍດໃຫ້ແກ່ພາກພື້ນ”. ນີ້ແມ່ນຄຳຖະແຫຼງຂອງກະຊວງການຕ່າງປະເທດ ອີຣານ ໃນວັນທີ 19 ມີນາ. ທ່ານ Nasser Kanaani ໂຄສົກກະຊວງການຕ່າງປະເທດ ອີຣານ ຖືວ່າ ຂໍ້ຕົກລົງເຊື່ອມຕໍ່ການພົວພັນລະຫວ່າງ ອີຣານ ແລະ ອາຣັບບິ ຊະອຸດິ ເປັນໜຶ່ງໃນບັນດາເຫດການສຳຄັນທີ່ສຸດກ່ຽວຂ້ອງເຖິງບັນດາປະເທດບ້ານໃກ້ເຮືອນຄຽງ ແລະ ຈະສວມບົດບາດສຳຄັນໃນການເຕົ້າໂຮມ, ພັດທະນາການຮ່ວມມືໃນພາກພື້ນ. ອີຣານ ຫວັງວ່າ ອະນາຄົດຂອງພາກພື້ນ ອາຊີຕາເວັນຕົກ ແລະ ເຂດອ່າວເປີເຊຍ ດ້ວຍທີ່ຕັ້ງພູມີສາດການເມືອງສຳຄັນ, ແຫຼ່ງພະລັງງານທີ່ອຸດົມສົມບູນ, ຊັບພະຍາກອນທຳມະຊາດ, ແຫຼ່ງງົບປະມານຫຼວງຫຼາຍ, ຈະນຳມາເຊິ່ງຄວາມວັດທະນາຖາວອນໃຫ້ແກ່ປະຊາຊົນໃນພາກພື້ນ.

        ທ່ານ Nasser Kanaani ຖືວ່າ ບັນດາປະເທດໃນພາກພື້ນ ຕ້ອງແກ້ໄຂບັນຫາທີ່ມີຄວາມແຕກຕ່າງກັນ ແລະ ບັນຫາໃນປັດຈຸບັນເພື່ອຜົນປະໂຫຍດຂອງແຕ່ລະຝ່າຍ ຜ່ານການສົນທະນາ, ເຄົາລົບເຊິ່ງກັນແລະກັນ ແລະ ເພີ່ມທະວີການຮ່ວມມືດ້ານຄວາມໝັ້ນຄົງລວມໝູ່, ພ້ອມທັງພ້ອມກັນຮັບມືກັບສິ່ງທ້າທາຍຕໍ່ຄວາມໝັ້ນຄົງ.

ງອັກແທກ - ນັກຂ່າວ VOV ປະຈຳ ອີຢິບ

       

ຕອບກັບ

ຂ່າວ/ບົດ​ອື່ນ