ຂັບຊວນຟູເທາະ ເປັນມໍລະວັດທະນະທຳບໍ່ເປັນວັດຖຸຕົວແທນຂອງມວນມະນຸດ ຢ່າງເປັນທາງການ

(VOVWORLD) - ຂັບຊວນຟູເທາະ ເປັນມໍລະວັດທະນະທຳບໍ່ເປັນວັດຖຸ ເຊິ່ງ UNESCO ໄດ້ບັນທຶກໄວ້ໃນບັນຊີລາຍຊື່ມໍລະດົກຄວນໄດ້ຮັບການປົກປັກຮັກສາ ຢ່າງຮີບດ່ວນຂອງ UNESCO ປີ 2011. 
ຂັບຊວນຟູເທາະ ເປັນມໍລະວັດທະນະທຳບໍ່ເປັນວັດຖຸຕົວແທນຂອງມວນມະນຸດ ຢ່າງເປັນທາງການ - ảnh 1 ພາບປະກອບ

ໃນເວລາ 10 ໂມງ 51 ນາທີ (ຕາມເວລາ ສ.ເກົາຫຼີ ກົງກັບເວລາ 08 ໂມງ 51 ນາທີ ຫວຽດນາມ), ວັນທີ 08 ທັນວາ 2017, ທີ່ເກາະ Jeju, ສ.ເກົາຫຼີ, ກອງປະຊຸມຂອງຄະນະກຳມະການລະຫວ່າງລັດຖະບານສົນທິສັນຍາ UNESCO 2003 ກ່ຽວກັບການປົກປັກຮັກສາມໍລະດົກວັດທະນະທຳບໍ່ເປັນວັດຖຸ ຄັ້ງທີ 12 ໄດ້ເຫັນດີເປັນເອກະພາບນຳເອົາມໍລະດົກ “ຂັບຊວນຟູເທາະ” ອອກຈາກບັນຊີລາຍຊື່ມໍລະດົກວັດທະນະທຳບໍ່ເປັນວັດຖຸຄວນໄດ້ຮັບການປົກປັກຮັກສາໄວ້ ຢ່າງຮີບດ່ວນ ແລະ ຫັນໄປສູ່ບັນຊີລາຍຊື່ມໍລະດົກວັດທະນະທຳບໍ່ເປັນວັດຖຸຕົວແທນຂອງມວນມະນຸດ.

        ຂັບຊວນຟູເທາະ ເປັນມໍລະວັດທະນະທຳບໍ່ເປັນວັດຖຸ ເຊິ່ງ UNESCO ໄດ້ບັນທຶກໄວ້ໃນບັນຊີລາຍຊື່ມໍລະດົກຄວນໄດ້ຮັບການປົກປັກຮັກສາ ຢ່າງຮີບດ່ວນຂອງ UNESCO ປີ 2011. ພາຍຫຼັງ 6 ປີ ແຫ່ງການປະຕິບັດບັນດາຄຳໝັ້ນສັນຍາກັບ UNESCO ຢ່າງເຂັ້ມງວດ, ໂດຍໄດ້ຮັບຄວາມເຫັນດີຂອງ ນາຍົກລັດຖະມົນຕີ ແລະ ການໜູນຊ່ວຍຂອງຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ, ແຂວງຟູເທາະ ໄດ້ສ້າງສຳເນົາສະເໜີ UNESCO. ທີ່ກອງປະຊຸມ ຄັ້ງທີ 12 ນີ້, ບັນດາປະເທດສະມາຊິກ ຄະນະກຳມະການລະຫວ່າງລັດຖະບານສົນທິສັນຍາ UNESCO 2003 ໄດ້ຕີລາສູງວິວັດການອະນຸລັກຮັກສາ, ເສີມຂະຫຍາຍມໍລະດົກຂອງ ແຂວງຟູເທາະ ແລະ ສະໜັບສະໜູນເປັນພິເສດ ເພື່ອໃຫ້ສຳເນົາເອກະສານຂັບຊວນເປັນກໍລະນີທຳອິດໄດ້ຮັບການຫັນປ່ຽນຈາກບັນຊີລາຍຊື່ມໍລະດົກວັດທະນະທຳຄວນໄດ້ຮັບການປົກປັກຮັກສາ ຢ່າງຮີບດ່ວນ ໄປສູ່ການບັນທຶກໃນບັນຊີລາຍຊື່ມໍລະດົກວັດທະນະທຳຕົວແທນຂອງມວນມະນຸດ.

        ດ້ວຍເລື່ອງບັນທຶກ 2 ມໍລະດົກວັດທະນະທຳ ຂັບຈ່ອຍ ແລະ ຂັບຊວນນັ້ນ, ມາຮອດປະຈຸບັນນີ້ ຫວຽດນາມ ໄດ້ມີ 12 ມໍລະດົກວັດທະນະທຳບໍ່ເປັນວັດຖຸຕົວແທນຂອງມວນມະນຸດ. ເລື່ອງບັນທຶກນີ້ມີຄວາມໝາຍສຳຄັນ, ປະກອບສ່ວນໂຄສະນາເຜີຍແຜ່ພື້ນຖານວັດທະນະທຳທີ່ອຸດົມສົມບູນ, ຫຼາຍຮູບຫຼາຍແບບຂອງຊາດ ຫວຽດນາມ ຢ່າງມີປະສິດທິຜົນ, ຢືນຢັນຄຳໝັ້ນສັນຍາຂອງ ຫວຽດນາມ ສຳລັບເລື່ອງຍົກສູງຄວາມຮັບຮູ້ຂອງປະຊາຊົນ, ປະຊາຄົມສຳລັບວຽກງານອະນຸລັກຮັກສາ, ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳ, ມໍລະດົກຂອງ ຫວຽດນາມ ແລະ ສະແດງໃຫ້ເຫັນການປະກອບສ່ວນ ຢ່າງຕັ້ງໜ້າຂອງ ຫວຽດນາມ ທີ່ມີຕໍ່ອົງການ UNESCO.

ຕອບກັບ

ຂ່າວ/ບົດ​ອື່ນ