ຂ​ໍ້​ມູນ​ຂ່າວ​ສານ​ກ່ຽວ​ກັບ​ຖ້ຽວ​ບິນນຳ​ສົ່ງ​ພົ​ນ​ລະ​ເມືອງ ຫ​ວຽດ​ນາມ ຢູ່​ອາ​ເມ​ລິ​ກາ, ຝ​ລັ່ງ ກັບ​ມາປະ​ເທດ

(VOVWORLD) -ໃນກໍລະນີທີ່ຕ້ອງຄວາມການຊ່ວຍເຫຼືອ, ພົນລະເມືອງ ຫວຽດນາມສາມາດຕິດຕໍ່ກັບສະຖານທູດ ຫວຽດນາມ ປະຈຳອາເມລິກາຕາມເບີໂທ: 001.202.716.8666/ 001.202.999.6938/ 001.202.999.6589. ສະຖານກົງສູນໃຫຍ່ຫວຽດນາມປະຈຳ Sanfrancisco ຕາມເບີໂທ 001.415.619.2951/001.415.319.5446, ສະຖານກົງສູນໃຫຍ່ຫວຽດນາມ ປະຈຳ Houston ຕາມເບີໂທ 001.346.775.0555 ຫຼືຜ່ານເບີໂທລະສັບຂອງສູນປົກປ້ອງພົນລະເມືອງຂອງກົມກົງສູນ ຫວຽດນາມ +84.981.84.84.84.
ຂ​ໍ້​ມູນ​ຂ່າວ​ສານ​ກ່ຽວ​ກັບ​ຖ້ຽວ​ບິນນຳ​ສົ່ງ​ພົ​ນ​ລະ​ເມືອງ ຫ​ວຽດ​ນາມ ຢູ່​ອາ​ເມ​ລິ​ກາ, ຝ​ລັ່ງ ກັບ​ມາປະ​ເທດ - ảnh 1ພາບປະກອບ : daidoanket.vn

ກ່ຽວຂ້ອງເຖິງຖ້ຽວບິນນຳສົ່ງພົນລະເມືອງ ຫວຽດນາມຢູ່ ອາເມລິກາ ກັບມາປະເທດ, ຕອນຄ່ຳວັນທີ 5 ພຶດສະພາ, ກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ, ໃນຊຸມວັນທີ່ຜ່ານມາ, ກະຊວງການຕ່າງປະເທດ, ສະຖານທູດ ແລະ ບັນດາອົງການຕາງໜ້າຫວຽດນາມ ປະຈຳອາເມລິກາ ໄດ້ເປັນເຈົ້າການ, ຕັ້ງໜ້າສົມທົບກັບບັນດາອົງການທີ່ກ່ຽວຂ້ອງຢູ່ພາຍໃນ ແລະ ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບອາເມລິກາ ເພື່ອແນໃສ່ໜູນຊ່ວຍບໍລິສັດການບິນແຫ່ງຊາດ ຫວຽດນາມ ແກ້ໄຂບັນດາລະບຽບການໂດຍໄວເພື່ອສາມາດຜັນຂະຫຍາຍຖ້ຽວບິນໃນເວລາໄວທີ່ສຸດ. ປັດຈຸບັນ, ບໍລິສັດການບິນແຫ່ງຊາດ ຫວຽດນາມ ໄດ້ປະຕິບັດບັນດາລະບຽບການທີ່ຈຳເປັນໃຫ້ສຳເລັດ ແລະ ຄົບຖ້ວນ ຕາມຄວາມຮຽກຮ້ອງຕ້ອງການຂອງຝ່າຍ ອາເມລິກາ ແລະ ຄາດວ່າຈະໄດ້ຈັດຕັ້ງຖ້ຽວບິນໃນວັນທີ 7 ພຶດສະພາ 2020.        

ໃນຂະນະນັ້ນ, ໃນວັນທີ 5 ແລະ 6 ພຶດສະພາ 2020, ກະຊວງການຕ່າງປະເທດຫວຽດນາມ ແລະ ສະຖານທູດ ຫວຽດນາມ ປະຈຳຝລັ່ງກໍ່ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບພາຍໃນປະເທດ, ບໍລິສັດການບິນແຫ່ງຊາດ ຫວຽດນາມ, ບັນດາອົງການທີ່ກ່ຽວຂ້ອງຂອງຝລັ່ງຈັດຕັ້ງຖ້ຽວບິນເພື່ອນຳສົ່ງພົນລະເມືອງ ຫວຽດນາມ ປະມານ 240 ຄົນກັບມາປະເທດ, ສ່ວນຫຼາຍແມ່ນເດັນນ້ອຍມີອາຍຸຕ່ຳກ່ວາ 18 ປີ, ຜູ້ມີອາຍຸສູງ, ຜູ້ມີພະຍາດປະຈຳໂຕ, ນັກສຶກສາບໍ່ມີບ່ອນພັກຍ້ອນຫໍພັກປິດປະຕູ. ຫຼັງຈາກເຮືອບິນລົງຈອດຢູ່ສະໜາມບິນສາກົນເວິນໂດນ, ແຂວງກ໋ວາງນິງ, ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຈະດຳເນີນການກວດສຸຂະພາບ ແລະ ນຳບັນດາຜູ້ໂດຍສານໃນຖ້ຽວບິນໄປຍັງສະຖານທີ່ແຍກຕົວລວມໝູ່ຕາມຂໍ້ກຳນົດ.

ຕອບກັບ

ຂ່າວ/ບົດ​ອື່ນ