ຂໍ້​ມູນ​ແມ່ນ​ພື້ນ​ຖານ​ເພື່ອ​ຊຸກ​ຍູ້​ວິ​ວັດ​ທະ​ນາ​ການ​ຫັນ​ເປັນ​ດີ​ຈີ​ຕອນ​ແຫ່​ງ​ຊາດ

(VOVWORLD) - ການຫັນເປັນດີຈີຕອນແມ່ນແຜນນະໂຍບາຍໃຫຍ່ຂອງພັກ, ລັດ ແລະ ໄດ້ຮັບການຢັ້ງຢືນຈາກກົມການເມືອງ ໃນມະຕິເລກທີ 52 ວ່າດ້ວຍບາງແຜນນະໂຍບາຍ, ນະໂຍບາຍເປັນເຈົ້າການໃນການເຂົ້າຮ່ວມການປະຕິວັດອຸດສາຫະກຳຄັ້ງທີ 4. 
ຂໍ້​ມູນ​ແມ່ນ​ພື້ນ​ຖານ​ເພື່ອ​ຊຸກ​ຍູ້​ວິ​ວັດ​ທະ​ນາ​ການ​ຫັນ​ເປັນ​ດີ​ຈີ​ຕອນ​ແຫ່​ງ​ຊາດ - ảnh 1ເວທີປາໄສຊຸກຍູ້ວິວັດການຫັນເປັນດີຈີຕອນແຫ່ງຊາດ (ພາບ: VOV)

ຕອນເຊົ້າວັນທີ 5 ກໍລະກົດ, ຢູ່ຮ່າໂນ້ຍ, ສະມາຄົມການສ່ືສານດີຈີຕອນ ຫວຽດນາມ ໄດ້ສົມທົບກັບບາງຫົວໜ່ວຍຈັດເວທີປາໄສຊຸກຍູ້ວິວັດທະນາການຫັນເປັນດີຈີຕອນແຫ່ງຊາດດ້ວຍຫົວຂໍ້ “ສ້າງຄຸນຄ່າຈາກຍຸດທະສາດຂໍ້ມູນໃນສະພາບການ AI”. ເວທີປາໄສນຳມາເຊິ່ງຂໍ້ມູນໃໝ່ກ່ຽວກັບການຫັນເປັນດີຈີຕອນ, ເຊື່ອມຕ່ໍບັນດາແຫຼ່ງກຳລັງໃນຊີລະບົບນິເວດ, ປະກອບສ່ວນສ້າງລະບົບວະເນດດີຈີຕອນແຫ່ງຊາດ, ຊຸກຍູ້ວິວັດທະນາການຫັນເປັນດີຈີຕອນທີ່ມີປະສິດທິຜົນກ່ວາອີກຢູ່ ຫວຽດນາມ.

ການຫັນເປັນດີຈີຕອນແມ່ນແຜນນະໂຍບາຍໃຫຍ່ຂອງພັກ, ລັດ ແລະ ໄດ້ຮັບການຢັ້ງຢືນຈາກກົມການເມືອງ ໃນມະຕິເລກທີ 52 ວ່າດ້ວຍບາງແຜນນະໂຍບາຍ, ນະໂຍບາຍເປັນເຈົ້າການໃນການເຂົ້າຮ່ວມການປະຕິວັດອຸດສາຫະກຳຄັ້ງທີ 4. ຄະນະກຳມະການແຫ່ງຊາດກ່ຽວກັບການຫັນເປັນດີຈີຕອນໄດ້ເລືອກເອົາ ປີນີ້ແມ່ນປີຂໍ້ມູນດີຈີຕອນແຫ່ງຊາດ, ດັ່ງນັ້ນເວທີປາໄສນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວສຳຄັນໃນແຜນການຂອງໂຄງການຊຸກຍູ້ວິວັດທະນາການຫັນເປັນດີຈີຕອນແຫ່ງຊາດ. ຕາມທ່ານ ເຈິ່ນຕິງມິງຈຽດ, ຜູ້ອຳນວຍການບໍລິສັດ SAP ຫວຽດນາມແລ້ວ, ຂໍ້ມູນແມ່ນຍຸດທະສາດສຳຄັນທີ່ສຸດ, ແມ່ນພື້ນຖານຂອງວິສາຫະກິດ.

ຢາກສ້າງຂໍ້ມູນພວກເຮົ້າຕ້ອງມີ 3 ຂັ້ນຕອນ. ທີໜຶ່ງແມ່ນພວກເຮົາຕ້ອງຮູ້ວ່າ ພວກເຮົາຕ້ອງການຂໍ້ມູນຫຍັງແດ່ ແລະ ຂໍ້ມູນມາຈາກໃສ. ທີສອງແມ່ນພວກເຮົາຕ້ອງຮູ້ວິທີການຄວບຄຸມຂໍ້ມູນ. ທີສາມແມ່ນ ຕ້ອງນຳໃຊ້ຂໍ້ມູນຂອງຕົນ, ຈາກຂໍ້ມູນນັ້ນ ພວກເຮົາຕ້ອງຍົກອອກການໄຈ້ແຍກ, ບົດລາຍງານຢ່າງເລິກເຊິ່ງ ເພື່ອຮູ້ໄດ້ວ່າຈາກຂໍ້ມູນດັ່ງກ່າວ ພວກເຮົາມີກາລະໂອກາດດຳເນີນທຸລະກິດຄືແນວໃດ, ມີບັນຫາຫຍັງເພື່ອແກ້ໄຂໃນຂັ້ນຕອນປັດຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ