ຂໍ້​ລິ​ເລີ່ມ​ດຳ​ເນີນ​ທຸ​ລະ​ກິດ​ໃນ​ສະ​ພາບ​ແວດ​ລ້ອມ​ທີ່​ມີ​ການ​ປ່ຽນ​ແປງ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ຕາມບັນດາຜູ້ແທນແລ້ວ, ໂລກລະບາດໂຄວິດ - 19 ໄດ້ແກ່ຍາວແຕ່ປີ 2020 ມາຮອດປັດຈຸບັນ ອັນໄດ້ເຮັດໃຫ້ວິສາຫະກິດຫຼາຍແຫ່ງ ປະສົບກັບຄວາມຫຍຸ້ງຍາກຍິ່ງກ່ວາເວລາໃດໝົດ.
ຂໍ້​ລິ​ເລີ່ມ​ດຳ​ເນີນ​ທຸ​ລະ​ກິດ​ໃນ​ສະ​ພາບ​ແວດ​ລ້ອມ​ທີ່​ມີ​ການ​ປ່ຽນ​ແປງ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ເວທີປາໄສ "ຂໍ້ລິເລີ່ມດຳເນີນທຸລະກິດໃນສະພາບແວດລ້ອມທີ່ມີການປ່ຽນແປງ" (ພາບ: kinhtedothi.vn)

“ໃນສະພາບແວດລ້ອມມີການປ່ຽນແປງຍ້ອນໂລກລະບາດໂຄວິດ - 19,  ວິສາຫະກິດຕ້ອງມີວິໄສທັດທີ່ຮອບດ້ານກ່ວາ ກ່ຽວກັບການບໍລິຫານຄວາມສ່ຽງ ແລະ ບໍລິຫານວິກິດການ”. ນີ້ແມ່ນຄຳເຫັນທີ່ໄດ້ຍົກອອກມາ ທີ່ການໂອ້ລົມສົນທະນາທີ່ມີຫົວຂໍ້ວ່າ: “ຂໍ້ລິເລີ່ມດຳເນີນທຸລະກິດໃນສະພາບແວດລ້ອມທີ່ມີການປ່ຽນແປງ” ຊື່ງໄດ້ຈັດຂຶ້ນໃນຕອນບ່າຍວັນທີ 8 ກັນຍາ ຢູ່ຮ່າໂນ້ຍ.

ຕາມບັນດາຜູ້ແທນແລ້ວ, ໂລກລະບາດໂຄວິດ - 19 ໄດ້ແກ່ຍາວແຕ່ປີ 2020 ມາຮອດປັດຈຸບັນ ອັນໄດ້ເຮັດໃຫ້ວິສາຫະກິດຫຼາຍແຫ່ງ ປະສົບກັບຄວາມຫຍຸ້ງຍາກຍິ່ງກ່ວາເວລາໃດໝົດ. ເພື່ອດຳເນີນທຸລະກິດໃນສະພາບແວດລ້ອມທີ່ມີການປ່ຽນແປ່ງຍ້ອນໂລກລະບາດໂຄວິດ - 19ນີ້, ບັນດາຄຳເຫັນຖືວ່າ ວິສາຫະກິດຕ້ອງສົມດຸນກະແສເງິນ, ສ້າງນະໂຍບາຍ ແລະ ກົນໄກຕິດຕາມກອງທຶນ, ມີຄວາມໂປງໃສດ້ານການເງິນ. ຕ້ອງສ້າງກອບນິຕິກຳວິກິດການ, ເພີ່ມທະວີການນຳໃຊ້ເຕັກໂນໂລຢີເຂົ້າໃນບັນດາການເຄື່ອນໄຫວຜະລິດດຳເນີນທຸລະກິດ. ທ່ານຮອງປະທານຫ້ອງການການຄ້າ ແລະ ອຸດສາຫະກິດ ຫວຽດນາມ ຮ່ວາງກວາງຟອງ ຖືວ່າ:

ຄວາມຈິງສະແດງໃຫ້ເຫັນວ່າ ບັນດາວິສາຫະກິດນຳໜ້າໃນວິວັດການເຫັນເປັນດີຈີຕອນ ແລະ ເຊື່ອໝັ້ນວ່າ ການປ່ຽນແປງໃໝ່ແມ່ນ ວິທີການແກ້ໄຂເພື່ອຜ່ານຜ່າສິ່ງທ້າທາຍໂດຍໄວ , ຕ້ອນຮັບບັນດາກາລະໂອກາດຂອງຕະຫຼາດ, ລ້ວນແຕ່ແມ່ນບັນດາວິສາຫະກິດໄດ້ ແລະ ພວມພັດທະນາຢ່າງໝັ້ນຄົງ, ມີການຟື້ນຟູໄວກ່ວາເມື່ອທຽບໃສ່ກັບບັນດາວິສາຫະກິດອື່ນໆ ຕໍ່ໜ້າວິກິດການຂອງໂລກລະບາດໂຄວິດ - 19. ມີວິສາຫະກິດຫຼາຍແຫ່ງຢູ່ບັນດາຂົງເຂດຄື: ຂາຍຍ່ອຍ, ການບໍລິການ... ໄດ້ຫັນປ່ຽນ ຈາກການດຳເນີນທຸລະກິດແບບດັ່ງເດີມ ມາເປັນການຄ້າເອເລັກໂຕນິກ ເພື່ອຜ່ານຜ່າສິ່ງທ້າຍທາຍໃນປັດຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ