ຂໍ້ລິເລີ່ມໃໝ່ຊຸກຍູ້ການຮ່ວມມືດ້ານເສດຖະກິດ ຫວຽດນາມ - ສະວິດ

(VOVWORLD) - ທີ່ເຫດການ, ບັນດາສະມາຊິກຂອງຄະນະບໍລິຫານງານໄດ້ແບ່ງປັນທັດສະນະ, ບົດຮຽນກ່ຽວກັບແຜນການເຄື່ອນໄຫວ, ລະບຽບການຈົດທະບຽນ, ຮູບແບບຮຽກຮ້ອງການອຸປະຖຳ
ຂໍ້ລິເລີ່ມໃໝ່ຊຸກຍູ້ການຮ່ວມມືດ້ານເສດຖະກິດ ຫວຽດນາມ - ສະວິດ - ảnh 1ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສະວິດ ຟຸ່ງເທລອງ
(ພາບເອະສານ: TTXVN)

        ວັນທີ 12 ມັງກອນ, ເວທີປາໄສເສດຖະກິດ ຫວຽດນາມ - ສະວິດ ໄດ້ເປີດຕົວຢ່າງເປັນທາງການ ຢູ່ນະຄອນ Zurich, ສະວິດ. ນີ້ແມ່ນຂໍ້ລິເລີ່ມເພື່ອແນໃສ່ຊຸກຍູ້ການຮ່ວມມື, ການປ່ຽນແປງໃໝ່ ແລະ ການເຕີບໂຕແບບຍືນຍົງລະຫວ່າງບັນດາວິສາຫະກິດຂອງ 2 ປະເທດ, ຕາມທິດນຳ “ພ້ອມກັນເພີ່ມພູນຄູນສ້າງໃຫ້ບັນລຸຜົນສຳເລັດ”.

        ທີ່ເຫດການ, ບັນດາສະມາຊິກຂອງຄະນະບໍລິຫານງານໄດ້ແບ່ງປັນທັດສະນະ, ບົດຮຽນກ່ຽວກັບແຜນການເຄື່ອນໄຫວ, ລະບຽບການຈົດທະບຽນ, ຮູບແບບຮຽກຮ້ອງການອຸປະຖຳ, ຫຼັກການການເງິນ, ງົບປະມານເຄື່ອນໄຫວ ແລະ ຍຸດທະສາດຊຸກຍູ້ການໂຄສະນາພາບພົດການພົວພັນລະຫວ່າງ ຫວຽດນາມ - ສະວິດ. ທ່ານນາງ Rachel Isenschmid, ຜູ້ມີປະສົບການຫຼາຍປີໃນການປະຕິບັດງານໃນຂົງເຂດຄຸ້ມຄອງຊັບສິນ ແລະ ຈະຮັບຜິດຊອບພາກສ່ວນປະຊາສຳພັນຂອງເວທີປາໄສເສດຖະກິດ ຫວຽດນາມ - ສະວິດ, ຕີລາຄາວ່າ, ເວທີປາໄສຈະເສີມຂະຫຍາຍກຳລັງແຮງຂອງວົງການນັກປັນຍາຊົນໜຸ່ມ ຫວຽດນາມ ທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ ສະວິດ, ກໍ່ຄືຊຸກຍູ້ບັນດາຄວາມສົນໃຈຂອງວິສາຫະກິດ ແລະ ອົງການຈັດຕັ້ງ ສະວິດ ກັບ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ