ຂໍ້ລິ​ເລີ່ມ​ໃໝ່​ເພີ່ມ​ທະ​ວີ​ປະ​ສິດ​ທິ​ຜົນ​ຂອງວິ​ສາ​ຫະ​ກິດ ແນ​ໃສ່​ແກ້​ໄຂ​ບັນ​ດາ​ບັນ​ຫາ​ສັງ​ຄົມ ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19 ກໍ່​ຂຶ້ນ

(VOVWORLD) -ກະຊວງແຜນການ ແລະ ການລົງທຶນ, ສະຖານທູດ ການາດາ ປະຈຳ ຫວຽດນາມ ແລະ ອົງການ ສປຊ ເພື່ອການພັດທະນາ (UNDP) ສົມທົບກັນປະກາດແຜນການ “ໜູນຊ່ວຍລະບົບຊີວະພາບບັນດາວິສາຫະກິດທີ່ສົ່ງຜົນກະທົບຕໍ່ສັງຄົມຢູ່ ຫວຽດນາມ ຮັບມືກັບໂລກລະບາດໂຄວິດ - 19” ດ້ວຍຍອດລາຍຈ່າຍ 3,1 ລ້ານ CAD (2,44 ລ້ານ USD).
ຂໍ້ລິ​ເລີ່ມ​ໃໝ່​ເພີ່ມ​ທະ​ວີ​ປະ​ສິດ​ທິ​ຜົນ​ຂອງວິ​ສາ​ຫະ​ກິດ ແນ​ໃສ່​ແກ້​ໄຂ​ບັນ​ດາ​ບັນ​ຫາ​ສັງ​ຄົມ ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19 ກໍ່​ຂຶ້ນ - ảnh 1ທ່ານນາງ Paul Deborah ເອກອັກຄະລັດຖະທູດ ການາດາ ປະຈຳ ຫວຽດນາມ (ພາບ: VOV5)

ວັນທີ 22 ພະຈິກ, ຢູ່ຮ່າໂນ້ຍ, ກະຊວງແຜນການ ແລະ ການລົງທຶນ, ສະຖານທູດ ການາດາ ປະຈຳ ຫວຽດນາມ ແລະ ອົງການ ສປຊ ເພື່ອການພັດທະນາ (UNDP) ສົມທົບກັນປະກາດແຜນການ “ໜູນຊ່ວຍລະບົບຊີວະພາບບັນດາວິສາຫະກິດທີ່ສົ່ງຜົນກະທົບຕໍ່ສັງຄົມຢູ່ ຫວຽດນາມ ຮັບມືກັບໂລກລະບາດໂຄວິດ - 19” ດ້ວຍຍອດລາຍຈ່າຍ 3,1 ລ້ານ CAD (2,44 ລ້ານ USD). ກ່າວຄຳເຫັນທີ່ພິທີປະກາດ, ທ່ານນາງ Paul Deborah ເອກອັກຄະລັດຖະທູດ ການາດາ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ ໂຄງການດັ່ງກ່າວຖືກຈັດຂຶ້ນດ້ວຍຄວາມປາດຖະໜາ ຍົກສູງປະສິດທິຜົນຂອງວິສາຫະກິດທີ່ສົ່ງຜົນກະທົບຕໍ່ສັງຄົມ, ພິເສດແມ່ນບັນດາວິສາຫະກິດໂດຍແມ່ຍິງເປັນຜູ້ນຳ, ເພື່ອແນໃສ່ແກ້ໄຂບັນດາບັນຫາສັງຄົມຍ້ອນໂລກລະບາດໂຄວິດ - 19 ກໍ່ຂຶ້ນ, ກໍຄືເພີ່ມທະວີສະພາບແວດລ້ອມນິຕິກຳ, ສ້າງເງື່ອນໄຂໃຫ້ບັນດາວິສາຫະກິດທີ່ສົ່ງຜົນກະທົບຕໍ່ສັງຄົມ ປະກອບສ່ວນເຂົ້າໃນສັງຄົມ ແລະ ສິ່ງແວດລ້ອມຢ່າງແຮງກວ່າໃຫ້ແກ່ວົງຄະນະຍາດ

        ຄາດວ່າ ໂຄງການຈະຊ່ວຍເຫຼືອວິສາຫະກິດທີ່ສົ່ງຜົນກະທົບຕໍ່ສັງຄົມ 300 ແຫ່ງ ກ່ຽວກັບຕົ້ນທຶນ ແລະ ຕະຫຼາດ, ຈາກນັ້ນສ້າງວຽກເຮັດງານທຳໃຫ້ແກ່ບັນດາຜູ້ທີ່ນອນໃນກຸ່ມຄົນມີຄວາມສ່ຽງສູງກວ່າເພິ່ນ 9.000 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ