ຂົວເຊື່ອມຕໍ່ວັດທະນະທຳມິດຕະພາບຫວຽດນາມ-ອາເມລິກາ

ຂົວເຊື່ອມຕໍ່ວັດທະນະທຳມິດຕະພາບຫວຽດນາມ-ອາເມລິກາ - ảnh 1
(ພາບປະກອບ)

(vovworld) – ​​ ຕອນ​ເຊົ້າ​ວັນ​ທີ 20/05 ຢູ່​ຮ່າ​ໂນ້ຍ, ສະມາ​ຄົມ ຫວຽດນາມ - ອາ​ເມ​ລິ​ກາ ຂຶ້ນ​ກັບ​ສະຫະ​ສະມາຄົມ​ບັນດາອົງ​ການ​ມິດຕະພາບ ຫວຽດນາມ ​ແລະ ​ໂຮງ​ພິມ​ຈຳ​ໜາຍ​ໂລກ​ສົມທົບ​ກັນ​ຈັດ​ຕັ້ງ​ການ​ພົບ​ປະ “ຂົວ​ເຊື່ອມ​ຕໍ່​ວັດທະນະທຳ​ມິດຕະພາບ ຫວຽດນາມ - ອາ​ເມ​ລິ​ກາ” ນີ້​ແມ່ນ​​ເຫດການ​ວັດທະນະທຳ​ທີ່ມີ​ຄວາມ​ໝາຍ​​ ​ເຊິ່ງໄດ້​ຮັບ​ການຈັດ​ຕັ້ງ​ກ່ອນ​ການ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ປະທານາທິບໍດີ​ສະຫະລັດ​ອາ​ເມ​ລິ​ກາ Barack Obama. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ ຫງວຽນເຕີມຈ໋ຽນ ອະ​ດິດ​ເອກ​ອັກ​ຄະ​ລັດຖະທູດ ຫວຽດນາມ ປະຈຳ ອາ​ເມ​ລິ​ກາ ປະທານ​ສະມາຄົມ ຫວຽດນາມ - ອາ​ເມ​ລິ​ກາ ​ທົບ​ຫວນ​ຄືນ​ບັນດາ​ຂີດ​ໝາຍ ​ແລະ ການ​ເຄື່ອນ​ໄຫວ​​ພົບ​ປະ​ແລ​ກປ່ຽນດ້ານ​ວັດທະນະທຳ, ພົບ​ປະ​ແລ​ກປ່ຽນ​ມິດຕະພາບ​ປະຊາຊົນ​ລະຫວ່າງ ຫວຽດນາມ - ອາ​ເມ​ລິ​ກາ ​ໃນົ​ໄລຍະ​ກ່ວາ 60 ປີຜ່ານມາ. ທ່ານ ຫງວຽນ​ເຕີມ​ຈ໋ຽນ ​ເນັ້ນ​ໜັກ​ວ່າ: ວັດທະນະທຳ​ແມ່ນກົກ​ເຄົ້າ​ເຫງົ້າ​ກໍ​ຂອງ​ຄວາມ​ຜາ​ສຸກ ​ແລະ ຄວາມ​ກົມກຽວ, ຖ້າວ່າຂາດ​ຄວາມ​ຮູ້​ກ່ຽວ​ກັບ​ວັດທະນະທຳ​ຂອງ​ກັນ ຈະ​ບໍ່​ສາມາດ​ພັດທະນາ​ການ​ພົວພັນນຳ​ກັນ​ໄດ້. ດັ່ງ​ນັ້ນ, ​ໃນ​ໄລຍະ​ໃໝ່ປະຊາຊົນ 2 ປະ​ເທດ ຫວຽດນາມ ​ແລະ ອາ​ເມ​ລິ​ກາ ​​ຄວນ​ປະຕິບັດ​ການ​ເຄື່ອນ​ໄຫວ​ລະອຽດ​ຫລາຍ​ຢ່າງ​ກ່ວາ​ອີກ ​ເພື່ອ​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ 2 ປະ​ເທດ​ໃຫ້​ພັດທະນາ ກາຍ​ເປັນ​ເພື່ອນ​ມິດ ​ແລະ ຄູ່​ຮ່ວມ​ມື​ດີ​ຂອງ​ກັນ.

 

ຂ່າວ/ບົດ​ອື່ນ