ຂໍ້ສະຫຼຸບຂອງນາຍົກລັດຖະມົນຕີທີ່ການເຮັດວຽກກັບບັນດາທ້ອງຖິ່ນຖືດຜົນສະທ້ອນຈາກປະກົດການສິນທະເລຕາຍຜິດປົກກະຕິ

ຂໍ້ສະຫຼຸບຂອງນາຍົກລັດຖະມົນຕີທີ່ການເຮັດວຽກກັບບັນດາທ້ອງຖິ່ນຖືດຜົນສະທ້ອນຈາກປະກົດການສິນທະເລຕາຍຜິດປົກກະຕິ - ảnh 1
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ
(ພາບ: VGP/QuangHieu)

(vovworld) - ຫ້ອງ​ວ່າການ​ລັດຖະບານ​ ຫວຽດນາມ ຫາ​ຫໍ່​ປະກາດ​ຂໍ້ສະຫຼຸບ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ທີ່​ການ​ເຮັດ​ວຽກ​ກັບ​ບັນ​ດາ​ທ້ອງ​ຖິ່ນ​ຖືກ​ຜົນ​ສະທ້ອນ​ຈາກ​ປະກົດ​ການ​ສິນ​ທະ​ເລຕາຍ​ຜິດ​ປົກກະຕິ. ຂໍ້ສະຫຼຸບ​ຂອງ​ທ່ານ​ນາຍົກ​ລັດຖະມົນຕີ ​ເຫັນ​ດີ​ເປັນ​ເອກະ​ພາບ​ຕໍ່ຄວາມ​ເຫັນ​ຕີ​ລາຄາ, ຂໍ້​ສັງ​ເກດ​ຂອງ​ການ​ນຳ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ, ບັນດາ​ຜູ້​ແທນ​ກ່ຽວ​ກັບ​ສະພາບ​ການ​ແກ້​ໄຂ​ເຫ​ດທີ່​ເກີດ​ມາ​ຈາກ​ປະກົດ​ການ​ສິນ​ທະ​ເລ​ຕາຍ​ຜິດ​ປົກ​ກະຕິ​ໃນ​ໄລຍະ​ຜ່ານ​ມາ​ຢູ່​ບັນດາ​ແຂວງ ຮ່າ​ຕີງ, ກວາງ​ບີ​ງ, ກວາງ​ຈີ້, ​ເທື່ອທຽນ - ​​ເຫວ໋. ນີ້​ແມ່ນ​ເຫດການ​ສິ່ງ​ແວດ​ລ້ອມ​ທີ່ຮ້າຍ​ແຮງ, ຜິດ​ປົກກະຕິ ​ເປັນ​ຄັ້ງ​ທຳ​ອິດ​ ເກີດ​ຂຶ້ນ​ຢູ່ ຫວຽດນາມ. ​ເພື່ອ​ຊອກຫາສາຍ​ເຫດ​ທີ່​ພາ​ໃຫ້​​ເກີດເຫດການ​ໂດ​ຍ​ໄວ​ ​ແລະ ​ເພີ່ມ​ທະວີ​ການ​ຄວບ​ຄຸມ, ບໍ່​​ໃຫ້​ເຫດການ​ຄ້າຍຄື​ກັນ​ເກີດ​ຂຶ້ນ​ໂດຍ​ໄວ; ພ້ອມ​ທັງ ຮັບປະກັນ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ເປັນ​ປົກກະຕິ, ຟື້ນ​ຟູ​ການ​ຜະລິ​ດ, ການ​ເຄື່ອນ​ໄຫວ​ຫາ​ປາ​ໂດຍ​ໄວ. ນາຍົກລັດຖະມົນຕີຮຽກຮ້ອງ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ ຍາມ​ໃດ​ກໍ່​ເປັນ​ເຈົ້າ​ການ, ກຽມພ້ອມ​ບັນດາ​ວິທີ​ການ ​ເພື່ອ​ລະດົມ​ບັນດາ​ກຳລັງ​​ແກ້​ໄຂບັນດາ​ສະຖານະ​ການ​ຢ່າງ​ທັນ​ການ, ຮັບປະກັນ​ຄວາມ​ປອດ​ໄພ ຄວາມ​ເປັນລະບຽບ​ຮຽບຮ້ອຍ, ບໍ່​ຖື​ກຕົກ​ຢູ່​ໃນ​ທ່າ​ຮັບ​ໃນ​ການ​ຊີ້​ນຳ, ບໍລິຫານ.

        ນອກຈາກ​ນັ້ນ, ທ່ານ​ນາຍົກລັດຖະມົນຕີ ກໍ່ສະ​ເໜີ​ກະຊວງ​ຕຳຫລວດ ພ້ອມ​ກັບ​ບັນດາ​ທ້ອງ​ຖິ່ນ​ສືບ​ຕໍ່​ສືບສວນ, ​ເຮັດ​ແຈ້ງ ​ແລະ ລົງ​ໂທດ​ບັນດາ​ເປົ້າໝາຍປຸກ​ປັ່ນ​ຍຸ​ແຍ່, ​ແກ່​ດຶງ​ປະຊາຊົນເຕົ້າ​ໂຮມ, ກໍ່​ຄວາມວຸນວາຍ​ສົ່ງ​ຜົນ​ສະທ້ອນ​ຢ່າງ​ຮ້າຍ​ແຮງ​ເຖິງ​ສະພາບ​ຄວາມ​ສະຫງົບ​ປອດ​ໄພ​ທາງ​ດ້ານ​ການ​ເມືອງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍທາງສັງຄົມ, ກໍ່​ຄວາມ​ເສຍ​ຫານຍຕໍ່​ເສດຖະກິດ, ຂາດ​ສະຖຽນ​ລະ​ພາບ​ໃນ​ສັງຄົມ, ສົ່ງ​ຜົນ​ສະທ້ອນ​​ເຖິງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ​ແລະ ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ.  

ຂ່າວ/ບົດ​ອື່ນ