ຂອງຂວັນປີໃໝ່ເກືອບ800ລ້ານດົ່ງໄດ້ມອບໃຫ້ທະຫານແລະປະຊາຊົນເຂດ ທະເລຕາເວັນຕົກສ່ຽງໃຕ້

ຂອງຂວັນປີໃໝ່ເກືອບ800ລ້ານດົ່ງໄດ້ມອບໃຫ້ທະຫານແລະປະຊາຊົນເຂດ ທະເລຕາເວັນຕົກສ່ຽງໃຕ້ - ảnh 1
(ພາບປະກອບ)

(vovworld) - ຄະນະ​ປະຕິບັດ​ງານ ​ໂດຍ​ການ​ນຳ​ບັນດາ​ແຂວງ ອານ​ຢາງ, ກຽນ​ຢາງ, ກາ​ເມົາ, ດົ່ງ​ນາຍ ​ແລະ ນະຄອນ​ເກີນ​ເທີ ຫາ​ກໍ່​ລົງ​ຢ້ຽມຢາມ, ມອບ​ຂອງຂວັນ​ທີ່​ມີມູນ​ຄ່າ​ເກືອບ 800 ລ້ານ​ດົ່ງ ​ໃຫ້​ບັນດາ​ນັກ​ຮົບກອງທັບ​ເຮືອ​ເຂດ 5, ທະຫານປ້ອງ​ກັນຊາຍແດນ ​ແລະ ພະນັກງານ, ພາລະ​ກອນ​ພວມ​ປະຕິບັດ​ງານ​ຢູ່​ບັນດາ​ຕາ​ແສງ​ເກາະ​​ໃນເຂດ​ທະ​ເລ​ຕາທາງ​ທິດ​ເວັນ​ຕົກ​ສ່ຽງ​ໃຕ້​ຂອງ​ປະ​ເທດ​ຊາດ ​ເນື່ອງ​ໃນ​ໂອກາດ​ບຸນ​ປີ​ໃໝ່​ປະຈຳ​ຊາດປີວອກ 2016. ທ່ານພັນ​ເອກ ຫງວຽນ​ວັນ​ດົ່ງ, ຮອງ​ຜູ້​ບັນຊາ​ການ​ກອງທັບ​ເຮືອ​ເຂດ 5 ​ໃຫ້​ຮູ້​ວ່າ:

        “ການ​ປະຕິບັດ​ງານ​​ໃນ​ຄັ້ງ​ນີ້ ​ແມ່ນ​ຄວາມ​ຕັດສິນ​​ໃຈຂອງ​ບັນດາ​ການ​ນຳ ກໍ່​ຄື​ ​ທ້ອງ​ຖິ່ນຕ່າງໆ ​ແນ​ໃສ່​ຮ່ວມ​ແຮງ​ຮ່ວມ​ໃຈ ​ເພື່ອ​ປົກ​ປັກ​ຮັກສາ​ອະທິປະ​ໄຕທະ​ເລ​​ເກາະ; ​ແບ່ງປັນ​ຄວາມ​ຫຍຸ້ງ​ຍາກກັບ​ພະນັກງານ, ນັກຮົບຢູ່​ໝູ່ເກາະທີ່​ຫາງ​ໄກ ​ເປັນ​ຂົວ​ເຊື່ອມ​ຕໍ່​ລະຫວ່າງ​ເກາະ​ກັບດິນ​ຕໍ່​ແຜນ”.

ຂ່າວ/ບົດ​ອື່ນ