ຂອບ​ເຂດ​ການ​ຄ້າ​ຕ່າງ​ປະ​ເທດ ຂອງກວາງ​ຊີ (ຈີນ) ກັບ​ບັນ​ດາ​ປະ​ເທດ ອາ​ຊຽນ ລື່ນ​ກາຍ​ຕົວ​ເລກ 300 ຕື້ຢ​ວນ

(VOVWORLD) - ກວາງຊີ ຈະປະຕິບັດແຜນການເຊື່ອມໂຍງການຜະລິດ ແລະ ບໍລິໂພກ, ເປີດກ້ວາງກນາຄ້າສິນຄ້າເປັນກາງ, ບູລະນະກົນໄກຮັບປະກັນການຜ່ານແດນ ໃຫ້ແກ່ບັນດາວິສາຫະກິດ ລະບົບສະໜອງ, ລະບົບອຸດສາຫະກຳຂ້າມແດນ ຢາງບາວຈິງ ນອກຈາກນັ້ນ, ກວາງຊີ ກໍ່ຈະນຳໃຊ້ບັນດາພື້ນຖານ
ຂອບ​ເຂດ​ການ​ຄ້າ​ຕ່າງ​ປະ​ເທດ ຂອງກວາງ​ຊີ (ຈີນ) ກັບ​ບັນ​ດາ​ປະ​ເທດ ອາ​ຊຽນ ລື່ນ​ກາຍ​ຕົວ​ເລກ 300 ຕື້ຢ​ວນ - ảnh 1ພາບປະກອບ: AFP/TTXVN

ວັນທີ 15 ມັງກອນ, ທ່ານ ຢາງບາວຈິງ ສັງກັດ ອົງການພາສີອາກອນ ໜານໜິງ, ໃຫ້ຮູ້ວ່າ: ຂອບເຂດການຄ້າຕ່າງປະເທດ ຂອງ ເຂດປົກຄອງດ້ວຍຕົນເອງ ເຜົ່າ ຈວາງ ກວາງຊີ, ຈີນ ກັບບັນດາປະເທດອາຊຽນ  ບັນລຸປະມານ 48 ຕື້ USD ໃນປີຜ່ານມາ, ເພີ່ມຂຶ້ນ 22,8% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2022. ອາຊຽນ ສືບຕໍ່ຮັກສາຕຳແໜ່ງເປັນຄູ່ຮ່ວມມືທາງການຄ້າໃຫຍ່ທີ່ສຸດຂອງ ກວາງຊີ ໃນ 24 ປີຢ່າງລຽນຕິດ. ທ່ານ ຢາງບາວຈິງ ໃຫ້ຮູ້ວ່າ, ກວາງຊີ ຈະປະຕິບັດແຜນການເຊື່ອມໂຍງການຜະລິດ ແລະ ບໍລິໂພກ, ເປີດກ້ວາງການຄ້າສິນຄ້າເປັນກາງ, ສ້າງສຳເລັດກົນໄກຮັບປະກັນການຜ່ານແດນ ໃຫ້ແກ່ບັນດາວິສາຫະກິດ ລະບົບສະໜອງ, ລະບົບອຸດສາຫະກຳຂ້າມແດນ ນອກຈາກນັ້ນ, ກວາງຊີ ກໍ່ຈະນຳໃຊ້ບັນດາພື້ນຖານຄື: ເຂດຮ່ວມມືອຸດສາຫະກຳ ຈີນ - ອາຊຽນ ເປັນກາງ, ຍົກສູງຄວາມສາມາດໃນການພັດທະນາ ແລະ ຄຸນນະພາບການຄ້າແບບຫັດຖະກຳ, ພ້ອມທັງຕັ້ງໜ້າພັດທະນາບັນດາເຈົ້າຂອງການຕະຫຼາດການຄ້າຕ່າງປະເທດ, ປະຕິບັດການກະທຳຍົກລະດັບການຄ້າດີຈີຕອນ ແລະ ການຄ້າການບໍລິການ… ເພື່ອແນໃສ່ຊຸກຍູ້ການຄ້າລະຫວ່າງສອງຝ່າຍ.


ຕອບກັບ

ຂ່າວ/ບົດ​ອື່ນ