ຂະບວນການ ຮາມາດສ ມີຜູ້ນຳການເມືອງຄົນໃໝ່

(VOVWORLD) - ທ່ານ Yahya Sinwar, ເປັນຜູ້ສືບທອດຜູ້ນຳການເມືອງ Ismail Haniyeh ທີ່ຖືກລອບສັງຫານຢູ່ ອີຣານ ໃນວັນທີ 31 ກໍລະກົດ.
ຂະບວນການ ຮາມາດສ ມີຜູ້ນຳການເມືອງຄົນໃໝ່ - ảnh 1ທ່ານ Yahya Sinwar
(ພາບ: AP)

        ວັນທີ 06 ສິງຫາ, ຂະບວນການອິດສະລາມ ຮາມາດສ ໄດ້ແຕ່ງຕັ້ງຜູ້ນຳຄົນໃໝ່ຂອງຂະບວນການນີ້ຢູ່ເຂດ ກາຊາ, ທ່ານ Yahya Sinwar, ເປັນຜູ້ສືບທອດຜູ້ນຳການເມືອງ Ismail Haniyeh ທີ່ຖືກລອບສັງຫານຢູ່ ອີຣານ ໃນວັນທີ 31 ກໍລະກົດ.

“ຂະບວນການຕໍ່ສູ້ ອິດສະລາມ ຮາມາດສ ອອກແຈ້ງການຄັດເລືອກຜູ້ບັນຊາການ Yahya Sinwar ເປັນຫົວໜ້າອົງການການເມືອງຂອງຂະບວນການ”, ຮາມາດສ ໃຫ້ຮູ້ຄືດັ່ງກ່າວ, ໃນຖະແຫຼງການສັ້ນໆທີ່ໄດ້ຍົກອອກມາໃນວັນທີ 06 ສິງຫາ. ກ່ອນໜ້ານັ້ນ, ຂະບວນການດັ່ງກ່າວໃຫ້ຮູ້ວ່າ, ພວມຈັດບັນດາການທາບທາມຄວາມເຫັນຢ່າງກວ້າງຂວາງເພື່ອເລືອກເອົາຜູ້ນຳຄົນໃໝ່ຂອງຂະບວນການ, ສືບທອດທ່ານ Ismail Haniyeh.

ທ່ານ Yahya Sinwar ຖືກຈັບຄຸກຢູ່ຄຸກຕ່າງໆຂອງ ອິດສະຣາແອັນ ເປັນເວລາ 23 ປີ, ກ່ອນທີ່ໄດ້ຮັບການປ່ອຍຕົວໃນປີ 2011 ຕາມລາຍການແລກປ່ຽນນັກໂທດ. ທ່ານໄດ້ຮັບຖືວ່າແມ່ນເດີນຕາມແນວທາງແຂງກະດ້າງ ແລະ ໄດ້ຮັບເລືອກຕັ້ງເປັນຫົວໜ້າ ຮາມາດສ ຢູ່ເຂດ ກາຊາ ໃນປີ 2017. ອິດສະຣາແອັນ ພວມໄລ່ຈັບທ່ານ Yahya Sinwar ດ້ວຍຄຳກ່າວຫາເປັນຕົນການໃນເຫດບຸກໂຈມຕີໃສ່ ອິດສະຣາແອັນ ໃນວັນທີ 07 ຕຸລາ 2023.

ຕອບກັບ

ຂ່າວ/ບົດ​ອື່ນ