ຂະ​ບວນ​ການ​ບໍ​ລິ​ຈາກ​ເລືອດ ປີ 2024 ສ້າງ​ສະ​ຖິ​ຕິ​ໃໝ່

(VOVWORLD) -    ນັບແຕ່ວັນທີ 1 ມິຖຸນາ ຫາວັນທີ 28 ກໍລະກົດ, ບັ້ນເຄື່ອນໄຫວຂະບວນການບໍລິຈາກເລືອດ ໄດ້ຈັດຂຶ້ນຢູ່ 431 ຈຸດ ແລະ ໄດ້ຮັບເລືອດຈຳນວນເກືອບ 130.000 ຖົງ, ເຊິ່ງເປັນປະລິມານເລືອດຫຼາຍທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ.
ຂະ​ບວນ​ການ​ບໍ​ລິ​ຈາກ​ເລືອດ ປີ 2024 ສ້າງ​ສະ​ຖິ​ຕິ​ໃໝ່ - ảnh 1ຄະນະຈັດຕັ້ງໃບຍ້ອງຍໍໃຫ້ໝູ່ຄະນະ, ສ່ວນບຸກຄົນທີ່ດີເດັ່ນໃນການບໍລິຈາກເລືອດ (ພາບ:VOV)

ໃນກອງປະຊຸມສະຫຼຸບທີ່ໄດ້ດຳເນີນໃນວັນທີ 16 ສິງຫາ ຢູ່ນະຄອນ ຍາຈາງ, ແຂວງ ແຄັງຮວ່າ, ຄະນະຈັດຕັ້ງໃຫ້ຮູ້ວ່າ ໂດຍໄດ້ດຳເນີນໃນເວລາເກືອບ 2 ເດືອນຢູ່ 51 ແຂວງ, ນະຄອນ, ສະເລ່ຍແຕ່ລະມື້ ໄດ້ຮັບເລືອດບໍລິຈາກກວ່າ 200 ຖົງ. ຂະບວນການບໍລິຈາກເລືອດ ໄດ້ປະກອບສ່ວນຫຼຸດຜ່ອນ ແລະ ແກ້ໄຂສະພາບຂາດແຄນເລືອດໃນລະດູຮ້ອນ ແລະ ການຈັດແບ່ງເລືອດລະຫວ່າງທ້ອງຖິ່ນຕ່າງໆ; ພ້ອມທັງແຜ່ຂະຫຍາຍນ້ຳໃຈມະນຸດສະທຳ, ຮັກແພງ ແລະ ຄວາມຮັບຜິດຊອບຕໍ່ສັງຄົມ. ທ່ານນາງ ບຸ່ຍທິຮວ່າ, ຮອງຫົວໜ້າຄະນະປະຈຳ ຄະນະຊີ້ນຳແຫ່ງຊາດ ກ່ຽວກັບການລະດົມການບໍລິຈາກເລືອດດ້ວຍຄວາມສະໝັກໃຈ, ປະທານສູນກາງສະພາກາແດງ ຫວຽດນາມ, ຖືວ່າ:

        “ບັນດາແຂວງສ່ວນຫຼາຍລ້ວນແຕ່ຕິດພັນການເຄື່ອນໄຫວຂອງຂະບວນການກາແດງດ້ວຍການເຊີດຊູ, ຊົມເຊີຍຜູ້ບໍລິຈາກເລືອດທີ່ດີເດັ່ນຂອງທ້ອງຖິ່ນ ເພາະວ່າ ປີນີ້ ໄດ້ສ້າງຂີດໝາຍ 30 ປີ ແຫ່ງວັນຂະບວນການບໍລິຈາກເລືອດດ້ວຍຄວາມສະໝັກໃຈຂອງ ຫວຽດນາມ ແລະ ສະເຫຼີມສະຫຼອງວັນເຊີດຊູຜູ້ບໍລິຈາກເລືອດສາກົນ ຄົບຮອບ 20 ປີ.”

ຕອບກັບ

ຂ່າວ/ບົດ​ອື່ນ