ຂະ​ບວນ​ການ​ແຂ່ງ​ຂັນ​ພິ​ເສດ “ທົ່​ວ​ປະ​ເທດ​ສາ​ມັກ​ຄີ​ກັນ, ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ​ແຂ່ງ​ຂັນ​ປ້ອງ​ກັນ, ຕ້ານ ແລະ ເອົາ​ຊະ​ນະ​ຕໍ່​ໂລກ​ລະ​ບາດ​ໂຄວິດ - 19”

(VOVWORLD) -ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຫາກໍເຊັນຂໍ້ຕົກລົງວ່າດ້ວຍການປະກາດແຜນການຜັນຂະຫຍາຍ ຂະບວນການແຂ່ງຂັນພິເສດ ດ້ວຍຫົວຂໍ້ “ທົ່ວປະເທດສາມັກຄີກັນ, ຮ່ວມແຮງຮ່ວມໃຈແຂ່ງຂັນປ້ອງກັນ, ຕ້ານ ແລະ ເອົາຊະນະຕໍ່ໂລກລະບາດໂຄວິດ - 19”.
ຂະ​ບວນ​ການ​ແຂ່ງ​ຂັນ​ພິ​ເສດ “ທົ່​ວ​ປະ​ເທດ​ສາ​ມັກ​ຄີ​ກັນ, ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ​ແຂ່ງ​ຂັນ​ປ້ອງ​ກັນ, ຕ້ານ ແລະ ເອົາ​ຊະ​ນະ​ຕໍ່​ໂລກ​ລະ​ບາດ​ໂຄວິດ - 19” - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ປຸກລະດົມຂະບວນການແຂ່ງຂັນພິເສດ “ທົ່ວປະເທດສາມັກຄີກັນ, ຮ່ວມແຮງຮ່ວມໃຈແຂ່ງຂັນປ້ອງກັນ, ຕ້ານ ແລະ ເອົາຊະນະຕໍ່ໂລກລະບາດໂຄວິດ - 19” (ພາບ:TTXVN)

ດ້ວຍຈຸດປະສົງ ແນໃສ່ເສີມຂະຫຍາຍກຳລັງແຮງຂອງທັງລະບົບການເມືອງ, ສຸມທຸກແຫຼ່ງກຳລັງເຂົ້າໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ດ້ວຍທິດນຳທີ່ວ່າ “ການປ້ອງກັນແມ່ນພື້ນຖານ, ບັ້ນຕໍ່ສູ່ຍາວນານ, ຕ້ານແມ່ນສຳຄັນ ແລະ ປະຕິບັດເປັນປະຈຳ”, ປະຕິບັດ “ເປົ້າໝາຍຄວບຄູ່ຢ່າງມີໄຊ: ທັງປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ທັງຟື້ນຟູ ແລະ ພັດທະນາເສດຖະກິດສັງູທ, ຮັບປະກັນການຊ່ວຍໜູນສັງຄົມ ແລະ ການດຳລົງຊີວິດ, ສຸຂະພາບຂອງປະຊາຊົນ. ນອກຈາກນັ້ນ, ແຜນການດັ່ງກ່າວກໍເພື່ອແນໃສ່ຍົກສູງນ້ຳໃຈການແຂ່ງຂັນ, ສົ່ງເສີມການປະດິດຄິດສ້າງ, ເສີມຂະຫຍາຍຂໍ້ລິເລີ່ມປຸກລະດົມຂົນຂວາຍທຸກແຫຼ່ງກຳລັງ, ສະເໜີບັນດາວິທີການແກ້ໄຂ ແລະ ມາດຕະການໃນທຸກຂົງເຂດ ເພື່ອຍູ້ໂລກລະບາດໃຫ້ຖອຍໄປ ແລະ ຈຳກັດຜົນເສຍຫາຍກ່ຽວກັບຊີວິດອິນຊີ ແລະ ຊັບສິນ.

ຕອບກັບ

ຂ່າວ/ບົດ​ອື່ນ