ຂະບວນການແຂ່ງຂັນໃນໝູ່ປະຊາຊົນຊາວເຜົ່າສ່ວນໜ້ອຍປະກອບສ່ວນຍົກສູງນຳ້ໃຈສາມັກຄີ

ຂະບວນການແຂ່ງຂັນໃນໝູ່ປະຊາຊົນຊາວເຜົ່າສ່ວນໜ້ອຍປະກອບສ່ວນຍົກສູງນຳ້ໃຈສາມັກຄີ - ảnh 1
(ກອງ​ປະຊຸມ​ແຂ່ງຂັນ​ຮັກ​ຊາດ​ໄລຍະ 2011-2015)

(vovworld) - ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ​ແຂ່ງຂັນ​ຮັກ​ຊາດ​ໄລຍະ 2011-2015 ຂອງ​ຄະນະ​ກຳມະການ​ຊົນ​ເຜົ່າ, ​ເຊິ່ງດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 23/9. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ຮຽກຮ້ອງ​ປະຊາຊົນ​ບັນດາ​ເຜົ່າ ສືບ​ຕໍ່​ເສີມ​ຂະຫຍາຍ​ບັນດາ​ຂະ​ບວນການ​ແຂ່ງຂັນ​, ສ້າງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ; ສາມັກຄີ​ໃນ​ປະຊາ​ຄົມ ​ເພື່ອ​ປັບປຸງ ​ແລະ ຍົກ​ສູງ​ຊີວິດ​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ:

        “ນີ້​ແມ່ນ​ບັນດາ​ແບບຢ່າງ​ທີ່​ກ້າວໜ້າ. ພວກ​ເຮົາ​ຕ້ອງ​ທະວີຄູນ ​ແລະ ຂະຫຍາຍ​ບັນດາ​ແບບຢ່າງ​ທີ່​ດີ​ເດັ່ນ​ນີ້ຕື່ມ​ອີກ, ​ເພື່ອ​ຈັດ​ຕັ້ງ​ເປັນ​ຂະ​ບວນການ​ແຂ່ງຂັນ. ຍ້ອນ​ພັກ​ນຳພາ, ລັດ​ຄຸ້ມ​ຄອງ, ການ​ນຳ​ຄະນະ​ກຳມະການ​ຊົນ​ເຜົ່າ​ທັງ​ເປັນ​ເສນາ​ທິການ, ທັງ​ຄຸ້ມ​ຄອງ, ດັ່ງ​ນັ້ນ​ຖັນ​ແຖວ​ຜູ້​ທີ່​ເຮັດ​ວຽກ​ງານ​ຊົນ​ເຜົ່າ​ຈາກ​ຂັ້ນ​ສູນ​ກາງ​ລົງ​ຮອດ​ຂັ້ນ​ທ້ອງ​ຖີ່​ນຕ້ອງ​ເປັນ​ກຳລັງ​ເປັນ​ເສນາ​ທິການ​ທີ່​ໜ້າ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ພັກ, ​ເພື່ອ​ໃຫ້​ບັນດາ​ຂະ​ບວນການ​ແຂ່ງຂັນ​ຂອງ​ຊາວ​ເຜົ່າ​ສ່ວນ​ໜ້ອຍ​​ເຄື່ອນ​ໄຫວ​ຢ່າງ​ຕັ້ງໜ້າ, ຈາກ​ນັ້ນ​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ປະຊາຊົນ​ບັນດາ​ເຜົ່າ“.

        ​ໃນ 5 ປີຜ່ານມາ, ໝູ່​ຄະນະ, ສ່ວນ​ບຸກຄົນ​​ໃນຄະນະ​ກຳມະການ​ຊົນ​ເຜົ່າ ​ແລະ ຊາວ​ເຜົ່າ​ສ່ວນ​ໜ້ອຍ ​ໄດ້​ຕັ​້ງໜ້າສະໜັບສະໜູນຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ. ​ໄລຍະ 2011-2015 ​ໄດ້​ນຳ​ບັນດາ​ນະ​ໂຍບາຍ​ຊົນ​ເຜົ່າ​ເຂົ້າ​ໃນ​ຊີວິ​ດການ​ເປັນ​ຢູ່, ​ເຮັດ​ໃຫ້​ໂສມ​ໜ້າ​ເຂດ​ຊົນ​ເຜົ່າ ​ແລະ ​ເຂດ​ພູດ​ອຍມີ​ການ​ປ່ຽນ​​ແປງ, ກວ່າ 98% ຈຳນວນ​ຕາ​ແສງ​ມີ​ທາງ​ຄົມມະນາຄົມ​ໃຫ້​ລົດ​ໂອ​ໂຕ​ໄປ​ຍັງ​ໃຈກາງ​ຕາ​ແສງ; ​ເກືອບ 100% ຈຳນວນ​ຕາ​ແສງ ​ແລະ 95% ຈຳນວນ​ບ້ານ​ມີ​ໄຟຟ້າ​ຈາກ​ຕາໜ່າງ​ໄຟຟ້າ​ແຫ່ງ​ຊາດ.

ຂ່າວ/ບົດ​ອື່ນ