ຂະຫຍາຍ 300 ສະຖານີແທກນ້ຳຝົນແບບອັດຕະໂນມັດເພື່ອຮັບມືກັບນ້ຳຖ້ວມຢ່າງທັນການ

(VOVWORLD) -ຕອນບ່າຍວັນທີ 05 ມັງກອນ, ຢູ່ນະຄອນດ່ານັ້ງ ໄດ້ດຳເນີນກອງປະຊຸມສຳມະນາແນະນຳເຕັກໂນໂລຊີ, ເຄື່ອງອຸປະກອນຕິດຕາມຮັບໃຊ້ການເຕືອນໄພທຳມະຊາດ ແລະ ເຄື່ອນໄຫວໜອງເກັບນ້ຳ.
ຂະຫຍາຍ 300 ສະຖານີແທກນ້ຳຝົນແບບອັດຕະໂນມັດເພື່ອຮັບມືກັບນ້ຳຖ້ວມຢ່າງທັນການ - ảnh 1 (ພາບປະກອບອີນເຕີແນັດ)

ການນຳສາຂາປ້ອງກັນ, ຕ້ານໄພທຳມະຊາດ, ບັນດາ ສະຖານີອຸຕຸນິຍົມອຸທົກກະສາດ ໃນທົ່ວປະເທດໄດ້ເຂົ້າຮ່ວມກອງປະຊຸມສຳມະນາ.

        ຂໍ້ມູນຂ່າວທີ່ກອງປະຊຸມສຳມະນາໃຫ້ຮູ້ວ່າ, ຂະແໜງອຸຕຸນິຍົມອຸທົກກະສາດ ໄດ້ຫັນບັນດາລະບົບຕິດຕາມການພະຍາກອນອາກາດເປັນທັນສະໄໝເທື່ອລະກ້າວ, ແຕ່ຍ້ອນມີຂໍ້ຈຳກັດດ້ານແຫຼ່ງກຳລັງ ສະນັ້ນລະດັບການຂະຫຍາຍບັນດາສະຖານີວັດແທກນ້ຳຝົນອັດຕະໂນມັດຍັງຊັກຊ້າຢູ່. ຈາກສະພາບຕົວຈິງດັ່ງກ່າວ, ບໍລິສັດຫຸ້ນສ່ວນໃຫ້ຄຳປຶກສາ ແລະ ພັດທະນາເຕັກນິກຊັບພະຍາກອນນ້ຳນະຄອນດ່ານັ້ງ ໄດ້ຮ່ວມມືກັບບັນດາແຂວງ, ນະຄອນ ແລະ ບັນດາເຈົ້າຂອງໜອງເກັບນ້ຳຊົນລະປະທານ, ເຂື່ອນໄຟຟ້ານ້ຳຕົກ ຂະຫຍາຍເຄືອຂ່າຍວັດແທກຝົນຕົກສະເພາະທີ່ນຳໃຊ້ VRAIN ສຳເລັດຜົນ, ດ້ວຍ 300 ສູນວັດແຖກຝົນຕົກການອັດຕະໂນມັດໃນທົ່ວປະເທດຕາມຮູບແບບຫັນເປັນສັງຄົມ.

        ຕໍ່ໜ້າສະພາບການໄພທຳມະຊາດ, ພິເສດແມ່ນສະພາບຝົນຕົກ, ນ້ຳຖ້ວມນັບມື້ນັບສັບສົນ, ລັດຖະບານ, ຄະນະຊີ້ນຳການປ້ອງກັນ, ຕ້ານໄພທຳມະຊາດໄດ້ສົ່ງເສີມການຫັນເປັນສັງຄົມ, ເພີ່ມສູນວັດແທກນ້ຳໃຫ້ຫຼາຍກວ່າໃນໄລຍະໄວທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ