ຂະແໜງ ພາສີ ສຸມໃສ່ປະຕິບັດ 4 ໜ້າທີ່ຈຸດສຸມໃນປີ 2013


ຂະແໜງ ພາສີ ສຸມໃສ່ປະຕິບັດ 4 ໜ້າທີ່ຈຸດສຸມໃນປີ 2013 - ảnh 1
ພາບປະກອບຈາກ ອິນເຕີເນັດ

(vovworld) - ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ສັງ​ສັນ​ຕົ້ນ​ລະດູບານ​ໃໝ່​ຢູ່​ກົ​ມ​ໃຫຍ່​ພາສີ ​ໃນ​ວັນ​ທີ 18/2, ທ່ານ​ຮອງ​ນາ​ຍົກ​ລັດຖະມົນຕີ​ ຫວຽດນາມ ຫວູວັນ​ນິນ ຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນ​ຂອງ​ທົ່ວ​ຂະ​​ແໜງ​ການ​ເງິນ​ເວົ້າ​ລວມ ​ແລະ ຂະ​ແໜງ​ພາສີ​ເວົ້າ​ສະ​ເພາະ ​ເຂົ້າ​ບັນດາ​ຜົນງານ, ໝາກຜົນ​ສຳຄັນ​ຂອງ​ປ​ະ​ເທດ​ຊາດ​ໃນ​ປີ 2013. ​ເນື່ອງ​ໃນ​ໂອກາດ​ນີ້, ຫົວໜ້າ​ກົມ​ໃຫຍ່​ພາສີ ທ່ານ ຫງວຽນ​
ງອກ​ຕຸກ ​ໃຫ້​ຮູ້​ວ່າ: ​ໃນ​ປີ 2013, ຂະ​ແໜງ​ພາສີ ຈະ​ປະຕິບັດ 4 ໜ້າ​ທີ່​ຈຸດ​ສຸມ ​ເຊິ່ງລວມມີ: ສ້າງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ພາສີ ສະບັບ​ປັບປຸງ​ຕາມ​ທິດ​ປະຕິບັດໂດຍ​ພື້ນຖານ​ບັນດາ​ມາດຕະຖານ​, ​ທຳນຽມສາກົນ​ເພື່ອ​ແນ​ໃສ່​ສ້າງ​ກອບ​ກົດໝາຍ​ໃຫ້​ແກ່​ການ​ກໍ່ສ້າງ​ກຳລັງ​ພາສີຊຳນານ​ງານ, ທັນ​ສະ​ໄໝ, ຍົກສູງ​ປະສິດທິພາ​ບ, ປະສິດທິ​ຜົນຂອງ​ການ​ເຄື່ອນ​ໄຫວ, ຜັນ​ຂະຫຍາຍ​ການປະຕິບັດ​ລະບຽບ​ການພາສີ​ເ​ອ​ເລັກ​ໂຕ​ນິກທີ່​ມີ​ຕໍ່​ສິນຄ້າ​ສົ່ງ​ອອກ - ນຳ​ເຂົ້າ, ປະຕິບັດ​ແຜນການ​ລັດຖະບານ ກ່ຽວ​ກັບ​ປະຕູ​ດຽວ​ແຫ່ງ​ຊາດ ​ແລະ ພິ​ເສດ​ແມ່ນ​ວຽກ​ງານ​ກະກຽມ​ໃຫ້​ແກ່​ຮ່າງ​ຫັນ​ລະບຽບ​ການ​ພາສີ​ເປັນ​ອັດຕະ​ໂນ​ມັດ ​ໂດຍ ຍີ່ປຸ່ນ ໜູນ​ຊ່ວຍ​ຮັບປະກັນ​​ຄຸນ​ນະພາ​ບ ​ແລະ ຖືກ​ຕາມ​ເວລາ​ກຳນົດ.

 

ຂ່າວ/ບົດ​ອື່ນ